spot_img
Homeຂ່າວຕ່າງປະເທດສະເທືອນຂວັນເອີຣົບອີກ! ຄົນຮ້າຍໃຊ້ມີດ-ຂວານ ໄລ່ແທງເທິງລົດໄຟຢູ່ເຢຍລະມັນ ບາດເຈັບຈຳນວນຫລາຍ!

ສະເທືອນຂວັນເອີຣົບອີກ! ຄົນຮ້າຍໃຊ້ມີດ-ຂວານ ໄລ່ແທງເທິງລົດໄຟຢູ່ເຢຍລະມັນ ບາດເຈັບຈຳນວນຫລາຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ກໍລະກົດນີ້ວ່າ ເກີດເຫດຄົນຮ້າຍຊາຍຄົນໜຶ່ງ ອາຍຸ 17 ປີ ຊຶ່ງເປັນຜູ້ລີ້ໄພຊາວອັບການິສະຖານ ໃຊ້ອາວຸດມີດ ແລະ ຂວານ ໄລ່ແທງ ແລະ ຟັນຜູ້ໂດຍສານ ເທິງຂະບວນລົດໄຟ ເສັ້ນທາງ ເມືອງທຣູດລີ ນະເກນ-ເວີດບວກ ລັດບາວາເຣຍ ທາງພາກໃຕ້ຂອງປະເທດເຢຍລະມັນ ໃນເວລາ 23:15 ໂມງ ຂອງວັນທີ 18 ກໍລະກົດ 2016 ຕາມເວລາໃນທ້ອງຖິ່ນ ສົ່ງຜົນເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ຢ່າງໜ້ອຍ 4 ຄົນ ຊຶ່ງໃນນັ້ນອາການສາຫັດ 3 ຄົນ ແລະ ອີກ 14 ຄົນ ເກີດອາການຊ໊ອກ ຈົນຕ້ອງໄດ້ສົ່ງເຂົ້າປິ່ນປົວຢູ່ໂຮງໝໍ.

ທ່ານ ໂຢອາຄິມ ແຮມານ ລັດຖະມົນຕີກະຊວງພາຍໃນ ແຫ່ງ ລັດບາວາເຣຍ ປະເທດເຢຍລະມັນ ໄດ້ລະບຸວ່າ ເຈົ້າໜ້າທີ່ໜ່ວຍພິເສດ ໄດ້ນຳກຳລັງເຂົ້າປິດລ້ອມ ແລະ ວິສາມັນຊາຍຄົນດັ່ງກ່າວ ໃນຂະນະທີ່ກຳລັງຈະເອົາຕົວຫລົບໜີ ຊຶ່ງສາເຫດຂອງການກໍ່ເຫດຄັ້ງນີ້ ແມ່ນຍັງຢູ່ໃນລະຫວ່າງການສືບສວນ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...