spot_img
Homeຂ່າວຕ່າງປະເທດສະຫຼົດ! ນາງງາມ USA 2019 ໂພສລາໃນໄອຈີ ກ່ອນຕັດສິນໃຈໂດດຕຶກສູງ ເປັນເຫດໃຫ້ເສຍຊີວິດ

ສະຫຼົດ! ນາງງາມ USA 2019 ໂພສລາໃນໄອຈີ ກ່ອນຕັດສິນໃຈໂດດຕຶກສູງ ເປັນເຫດໃຫ້ເສຍຊີວິດ

Published on

ສື່ດັງຂອງອາເມລິກາຫຼາຍສໍານັກ ໄດ້ລາຍງານຂ່າວຮ້າຍອັນໜ້າຕົກໃຈ ເມື່ອເຈົ້າໜ້າທີ່ຕໍາຫຼວດໄດ້ພົບຮ່າງຂອງ Cheslie Kryst ນາງງາມເຈົ້າຂອງຕໍາແໜ່ງ Miss USA 2019 ຫຼັງໄດ້ຕັດສິນໃຈໂດດລົງມາຈາກຕຶກອາຄານສູງທີ່ເປັນທີ່ພັກຂອງຕົນເອງ ເມື່ອເວລາ 7:15 ໃນວັນອາທິດ ທີ 30 ມັງກອນ ທີ່ຜ່ານມາ ຕາມເວລາທ້ອງຖິ່ນຂອງນິວຢອກ ນໍາມາເຊິ່ງຄວາມເສຍໃຈໃຫ້ແກ່ຄອບຄົວ ແລະ ແຟນນາງງາມຫຼາຍໆຄົນ.

ກ່ອນໜ້ານີ້ Cheslie ໄດ້ໂພສຮູບພາບ ແລະ ຂໍ້ຄວາມຜ່ານທາງອິນສະຕາແກຣມສ່ວນຕົວຂອງຕົນ ໂດຍມີເນື້ອໃນວ່າ “May this day bring you rest and peace” ເຊິ່ງແປວ່າ “ຂໍໃຫ້ມື້ນີ້ ນໍາພາໃຫ້ເຈົ້າພັກຜ່ອນ ແລະ ສະຫງົບສຸກ”. ທາງດ້ານຄອບຄົວຂອງລາວໄດ້ກ່າວໃນຖະແຫຼງການວ່າ “ໃນຄວາມໂສກເສົ້າຄັ້ງໃຫຍ່ຫຼວງນີ້ Cheslie ຜູ້ເປັນທີ່ຮັກຂອງພວກເຮົາ ໄດ້ຈາກພວກເຮົາໄປແລ້ວ”

ຄວາມສໍາເລັດເທິງເສັ້ນທາງນາງງາມຂອງ Cheslie Kryst ໄດ້ເລີ່ມຕົ້ນຂຶ້ນຫຼັງຈາກທີ່ລາວໄດ້ຮັບຕໍາແໜ່ງນາງງາມຄົນທີ 3 ຈາກ Tar Hill Carolina ທີ່ຄວ້າຕໍາແໜ່ງ Miss USA 2019 ແລະ ຮ່ວມປະກວດເທິງເວທີ Miss Universe 2019 ຈົນຜ່ານເຂົ້າຮອບ 10 ຄົນສຸດທ້າຍ. ນອກຈາກນັ້ນ Cheslie ຍັງໄດ້ຮັບເລືອກເປັນໜຶ່ງໃນຄະນະກໍາມະການຕັດສິນ Miss Universe 2021 ນໍາອີກ ຖືໄດ້ວ່າເປັນງາານສຸດທ້າຍໃນວົງການນາງງາມເລີຍກໍວ່າໄດ້.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...