spot_img
Homeຂ່າວພາຍ​ໃນສະຫຼຸບຫຼຽນຢ່າງເປັນທາງການຫຼັງຈົບການແຂ່ງຂັນງານມະຫາກຳ ກິລາ ອາຊຽນບີຊເກມ ທີ່ດານັງ

ສະຫຼຸບຫຼຽນຢ່າງເປັນທາງການຫຼັງຈົບການແຂ່ງຂັນງານມະຫາກຳ ກິລາ ອາຊຽນບີຊເກມ ທີ່ດານັງ

Published on

ກິລາອາຊຽນບີຊເກມ ຄັ້ງທີ 5, ຈັດຂື້ນໃນລະຫວ່າງວັນທີ 24 ກັນຍາ ຫາ 03 ຕຸລາ 2016 ທີ່ດານັງ ປະເທດ ສສ ຫວຽດນາມ, ເຊິ່ງມີ ນັກກິລາຈາກ 41 ຊາດ ເຂົ້າຮ່ວມ, ປະກອບມີ 22 ປະເພດກິລາ ແລະ ຊີງຫຼຽນທັງໝົດ 172 ຫຼຽນຄໍາ. ລາວເຮົາ ເຂົ້າຮ່ວມໃນງານນີ້ ມີ 8 ປະເພດກິລາຄື: ບານບ້ວງ ຫາດຊາຍ, ເປຕັງ ຫາດຊາຍ, ກະຕໍ້ ຫາດຊາຍ, ບານເຕະ ຫາດຊາຍ, ໂວໂກຈ່ຽນ, ປັນຈັກຊິລັດ, ໂວວີນາມ ແລະ ມວຍປໍ້າ.

ໃນນັ້ນ, ທີມນັກກິລາລາວ ໄດ້ສ້າງຜົນງານ ຢ່າງເຕັມທີ່ ເພື່ອຍາດເອົາໄຊຊະນະ ແລະ ຈົບລົງດ້ວຍ 3 ຫຼຽນຄຳ ຈາກກິລາ ໂວວີນາມ 1 ຫຼຽນ ແລະ ໂວໂກຈ່ຽນ 2 ຫຼຽນ, 3 ຫຼຽນເງິນ ຈາກ ກິລາເປຕັງ 2 ຫຼຽນ ແລະ ກະຕໍ້ 1 ຫຼຽນ ແລະ 24 ຫຽນທອງ ໄດ້ຈາກກິລາ ເປຕັງ 4 ຫຼຽນ, ປັນຈັກຊິລັດ 5 ຫຼຽນ, ກະຕໍ້ 3 ຫຼຽນ, ໂວໂກຈ່ຽນ 7 ຫຼຽນ ແລະ ໂວວີນາມ 5 ຫຼຽນ, ລວມຫຼຽນທັງໝົດ ທີ່ນັກກິລາລາວຍາດມາໄດ້ ແມ່ນ 30 ຫຼຽນ.

ຖ້າຈັດອັນດັບຫຼຽນລວມ ລາວເຮົາຢູ່ໃນ ອັນດັບທີ 4 ຮອງຈາກ ສປ ຈີນ ອັນດັບທີ 3, ໄທ ເປັນອັນດັບທີ 2 ແລະ ເຈົ້າພາບຫວຽດນາມ ອັນດັບທີ 1. ຈາກຜົນງານດັ່ງກ່າວ ເຫັນວ່າ ນັກກິລາລາວ ມີຄວາມສາມາດ ໃນລະດັບພາກພື້ນ ແລະ ສາມາດສູ້ກັບ ທຸກຊາດໄດ້ ຢ່າງສົມສັກສີ ພວກເຮົາທີມງານ ລາວສະປອດນິວ ຂໍຊົມເຊີຍ ຜົນງານດັ່ງກ່າວ.

7511

ຂ່າວຈາກ: 
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...