ສະຫຼຸບການຖະແຫຼງຂ່າວຂອງຄະນະສະເພາະກິດ ໃນວັນທີ 16 ກໍລະກົດ 2021

0
1360

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 3.187  ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 95 ຄົນ, ຕິດເຊື້ອໃນຊຸມຊົນ 01 ຄົນ ແລະ ຕິດເຊື້ອໃນກໍລະນີນໍາເຂົ້າ 94 ຄົນ, ເສຍຊີວິດສະສົມທັງໝົດ 04 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 1.008 ຄົນ.

ໃນວັນທີ 15 ກໍລະກົດ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 1.697  ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 95 ຄົນ, ຕິດເຊື້ອໃນຊຸມຊົນ 01 ຄົນຈາກແຂວງ ຈໍາປາສັກ 01 ຄົນ ແລະ ຕິດເຊື້ອໃນຜູ້ເດີນທາງເຂົ້າມາຈາກປະເທດໃກ້ຄຽງມີ 94 ຄົນ ຈາກແຂວງສະຫວັນນະເຂດ 22 ຄົນ, ຈໍາປາສັກ 70 ຄົນ ແລະ  ຄໍາມ່ວນ 02 ຄົນ. ສ່ວນຜູ້ຕິດເຊື້ອໃນຊຸມຊົນແຂວງຈໍາປາສັກແມ່ນ ເປັນພະຍາບານ ແມ່ນມີປະຫວັດສໍາພັດກັບຜູ້ຕິດເຊື້ອເກົ່າ.