spot_img
Homeຂ່າວພາຍ​ໃນສະຫະລັດ ອາເມລິກາ ໄດ້ມອບເງິນຈໍານວນ 500,000 ໂດລາ ໃຫ້ແກ່ ໂຄງການອົງຄະທຽມ ແລະ ເຄື່ອງຄໍ້າຊູ ເພື່ອປັບປຸງຄວາມເປັນຢູ່ທີ່ດີ ໃຫ້ແກ່ຄົນທີ່ມີຄວາມພິການ

ສະຫະລັດ ອາເມລິກາ ໄດ້ມອບເງິນຈໍານວນ 500,000 ໂດລາ ໃຫ້ແກ່ ໂຄງການອົງຄະທຽມ ແລະ ເຄື່ອງຄໍ້າຊູ ເພື່ອປັບປຸງຄວາມເປັນຢູ່ທີ່ດີ ໃຫ້ແກ່ຄົນທີ່ມີຄວາມພິການ

Published on

ນະຄອນຫຼວງວຽງຈັນ, ສ ປປ ລາວ – ໂດຍການສະໜັບສະໜູນທຶນຈາກ ປະເທດ ສະຫະລັດ ອາເມລິກາ, ອົງການ ເວີລດ໌ເອດຢູເຄຊັນ ປະຈຳ ສປປ ລາວ ແລະ ໂຄງການອົງຄະທຽມ ແລະ ເຄື່ອງຄໍ້າຊູ ຫຼື ໂຄງການ COPE ໄດ້ລົງນາມຂໍ້ຕົກລົງໃນການໃຫ້ທຶນຊ່ວຍເຫຼືອລ້າ ໃນວັນທີ 28. ສໍາລັບທຶນດັ່ງກ່າວ ແມ່ນຈະຊ່ວຍດໍາເນີນກິດຈະກໍາ ຕັ້ງແຕ່ເດືອນ ເມສາ 2021 ຮອດເດືອນກໍລະກົດ ປີ 2022 ໂດຍມີມູນຄ່າ ປະມານ 500,000 ໂດລາ, ຈາກການລົງນາມນີ້ ຈະສະໜັບສະໜູນໃຫ້ COPE ເພື່ອຊ່ວຍເຫຼືອ ສູນການແພດຟື້ນຟູໜ້າທີ່ການ ຫຼື CMR, ກະຊວງສາທາລະນະສຸກ ໃນການສະໜອງ ອົງຄະທຽມ ແລະ ເຄື່ອງຄໍ້າຊູ ທີ່ມີລາຄາເໝາະສົມ ແລະ ມີຄຸນະພາບ ເພື່ອຕອບສະໜອງ ຄວາມຕ້ອງການສະເພາະຂອງເດັກທີ່ມີຄວາມພິການທາງສະໝອງ ແລະ ບຸກຄົນອື່ນໆທີ່ມີຄວາມບົກຜ່ອງດ້ານການເຄື່ອນໄຫວໃນທົ່ວປະເທດ.

ລົງນາມໃນຂໍ້ຕົກລົງການຊ່ວຍເຫຼືອທຶນດັ່ງກ່າວໂດຍ ທ່ານ ນາງ ຊາຣ່າ ບູຣນາກີ, ຜູ້ອຳນວຍການ ອົງການ ເວີລດ໌ເອດຢູເຄຊັນ ປະຈຳ ສປປ ລາວ ແລະ ທ່ານ ນາງ ເມດຕາ ທິບພະວົງ, ຜູ້ຈັດການໂຄງການ COPE ໂດຍການເປັນພະຍານຂອງ ທ່ານ ປອ. ດຣ. ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ທ່ານ ໄມໂຄ ຣອນນິ້ງ, ຜູ້ຕາງໜ້າອົງການ ພັດທະນາສາກົນ ປະເທດສະຫະລັດ ອາເມລິກາ  ປະຈຳລາວ ຫຼື USAID.

ທ່ານເອກອັກຄະລັດຖະທູດ ປິເຕີ ເຮ່ມ໋ອນ ກ່າວວ່າ: ສະຫະລັດອາເມລິກາ ມີຄວາມພາກພູມໃຈທີ່ຈະສືບຕໍ່ສະໜັບສະໜູນ ສປປ ລາວ ເພື່ອປັບປຸງຊີວິດການເປັນຢູ່ທີ່ດີຂອງປະຊາຊົນລາວ, ລວມທັງຄົນທີ່ມີຄວາມພິການ. ໃນປີນີ້, ສະຫະລັດ ອາເມລິກາ ແລະ ສປປ ລາວ ກຳລັງສະເຫຼີມສະຫຼອງຄົບຮອບ 5 ປີ ແຫ່ງການຮ່ວມມືແບບກວມລວມ ລາວ-ອາເມລິກາ, ແລະ ການຮ່ວມມືໃໝ່ນີ້ກັບ COPE ໄດ້ຢັ້ງຢືນ ເຖິງຄຳໝັ້ນສັນຍາຂອງພວກເຮົາ.

ທຶນຊ່ວຍເຫຼືອ ແມ່ນໄດ້ຮັບການສະໜັບສະໜູນຈາກອົງການ USAID, ຈະຊ່ວຍໃຫ້ COPE ແລະ CMR ເພີ່ມການບໍລິການ ແລະ ການສະໜັບສະໜູນ ຄົນທີ່ມີຄວາມພິການ ແລະ ແກ້ໄຂຄວາມຕ້ອງການດ້ານການແພດຟື້ນຟູໜ້າທີ່ການ ຂອງປະຊາຊົນ ທີ່ນັບມື້ນັບເພີ່ມຂື້ນໃນ ສປປ ລາວ ທີ່ປະສົບກັບຄວາມຫຍຸ້ງຍາກໃນການເຄື່ອນໄຫວ ທີ່ເກີດຈາກພະຍາດ, ລະເບີດບໍ່ທັນແຕກທີ່ຕົກຄ້າ, ຫຼື ອຸປະຕິເຫດຕ່າງໆ.

ຂໍ້ຕົກລົງນີ້ຍັງຈະຊ່ວຍໃຫ້ COPE ສາມາດພັດທະນາຄວາມຮູ້ຄວາມສາມາດ ແລະ ທັກສະທາງດ້ານການແພດຟື້ນຟູໜ້າທີ່ການຂອງພະນັກງານ CMR ຕື່ມອີກ, ຍົກຕົວຢ່າງໃນການປິ່ນປົວເດັກນ້ອຍທີ່ມີອາການຕີນໂງ້ງມາແຕ່ ກໍາເນີດ ແລະ ເສີມຂະຫຍາຍຄວາມອາດສາມາດໃນການວິນິໄສ ຕໍ່ກັບເດັກນ້ອຍທີ່ເປັນໂລກສະໝອງພິການ.

ສະຫະລັດ ອາເມລິກາ ໄດ້ເຮັດວຽກຢ່າງໃກ້ຊິດກັບລັດຖະບານ ແລະ ພົນລະເມືອງ ຂອງ ສ.ປ.ປ ລາວ ໃນຫຼາຍໆໂຄງການເພື່ອເສີມສ້າງຄວາມເຂັ້ມແຂງທາງດ້ານສາທາລະນະສຸກ ໃນ ສປປ ລາວ. ໂຄງການເຫຼົ່ານີ້ແມ່ນລວມມີ ການລິເລີ່ມໄລຍະຍາວ ເພື່ອການປັບປຸງດ້ານໂພຊະນາການ ຜ່ານການໃຫ້ອາຫານໃນໂຮງຮຽນ, ແຜນງານຕ່າງໆເພື່ອແກ້ໄຂສຸຂະພາບຂອງແມ່ ແລະ ເດັກ, ການເອົາໃຈໃສ່ແກ້ໄຂ ແລະ ປ້ອງກັນພະຍາດຕິດຕໍ່ ແລະ ການລິເລີ່ມກິດຈະກໍາຕ່າງໆເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຄົນທີ່ມີຄວາມພິການດີຂື້ນ.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...