spot_img
Homeຂ່າວພາຍ​ໃນສະຫະລັດເພີ່ມຄວາມເຂັ້ມງວດໃນການອອກວີຊ່າໃຫ້ແກ່ເຈົ້າໜ້າທີ່ລັດຂອງມຽນມາ ແລະ ລາວ

ສະຫະລັດເພີ່ມຄວາມເຂັ້ມງວດໃນການອອກວີຊ່າໃຫ້ແກ່ເຈົ້າໜ້າທີ່ລັດຂອງມຽນມາ ແລະ ລາວ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 10 ກໍລະກົດ 2018ວ່າ ກະຊວງຄວາມໝັ້ນຄົງແຫ່ງມາຕຸພູມຂອງສະຫະລັດ ອອກຖະແຫຼງການເມື່ອວັນອັງຄານ ວ່າ ລັດຖະບານວໍຊິງຕັນເພີ່ມຄວາມເຂັ້ມງວດໃນມາດຕະການພິຈາລະນາອອກວີຊາໃຫ້ກັບ “ພົນລະເມືອງບາງກຸ່ມ” ຈາກມຽນມາ ແລະ ລາວ ເນື່ອງຈາກທັງສອງປະເທດປະຕິເສດຮັບພົນລະເມືອງຂອງຕົນເອງທີ່ອາໃສຢູ່ໃນສະຫະລັດຢ່າງຜິດກົດໝາຍກັບປະເທດ ແລະ ລັດຖະບານວໍຊິງຕັນຈຳເປັນຕ້ອງກົດດັນໃຫ້ບຸກຄົນກຸ່ມນີ້ອອກນອກປະເທດ

ຖະແຫຼງການຂອງດີເອຊເອສລະບຸວ່າ ຕາບໃດທີ່ລັດຖະບານທັງສອງປະເທດຍັງສະຫງວນທ່າທີໃນການໃຫ້ຄວາມຮ່ວມມື ຢ່າງເໝາະສົມ ມາດຕະການຈຳກັດການອອກວີຊ່າອາດມີການ ຂະຫຍາຍວົງກວ້າງອອກໄປອີກ ເຊິ່ງໝາຍເຖິງປະຊາຊົນທົ່ວໄປອາດໄດ້ຮັບຜົນກະທົບໄປນຳ ແລະ ຍົກເລີກຂໍ້ຈຳກັດຈະມີຂຶ້ນເມື່ອປະເທດມຽນມາ ແລະ ລາວ ໃຫ້ຄວາມຮ່ວມມືກັບສະຫະລັດ ໃນລະດັບທີ່ຍອມຮັບໄດ້

ຖະແຫຼງການນີ້ກະຊວງການຕ່າງປະເທດສະຫະລັດເຜີຍຄຳສັ່ງໃຫ້ສະຖານທູດ ແລະ ກົງສູນໃຫຍ່ຂອງສະຫະລັດໃນມຽນມາ ແລະ ລາວ ເພີ່ມຄວາມເຂັ້ມງວດໃນການອອກວີຊ່າປະເພດ “ບີ1” ສຳລັບການເຮັດວຽກ ແລະ “ບີ2” ສຳລັບການເດີນທາງທ່ອງທ່ຽວ ສຳລັບເຈົ້າໜ້າທີ່ຂອງກະຊວງແຮງງານ ແລະ ກະຊວງປ້ອງກັນປະເທດໃນລະດັບປັດຂຶ້ນໄປ ແລະ ຄຳສັ່ງດັ່ງກ່າວຄວບຄຸມສະມາຊິກໃນຄອບຄົວພ້ອມ.

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...