spot_img
Homeຂ່າວການພັດທະນາສະຫະລັດອາເມລິກາເປີດໂຄງການໃໝ່ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ

ສະຫະລັດອາເມລິກາເປີດໂຄງການໃໝ່ ຮ່ວມກັບມະຫາວິທະຍາໄລແຫ່ງຊາດ

Published on

ສະຫະລັດອາເມລິກາເປີດໂຄງການໃໝ່ ຮ່ວມກັບມະຫາວິທະຍາໄລແຫ່ງຊາດໃນວຽກງານສ້າງຄວາມເຂັ້ມແຂງທາງດ້ານການບໍລິຫານ.

ນະຄອນຫຼວງວຽງຈັນ, ສປປ ລາວ — ເພື່ອເປັນການສະໜັບສະໜູນ ສປປ ລາວ ໃນການສ້າງຄວາມເຂັ້ມແຂງໃຫ້ກັບສະຖາບັນການສຶກສາ, ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດໂຄງການໃໝ່ ທີ່ມີຊື່ວ່າ: ໂຄງການສຶກສາ ແລະ ການສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງດ້ານການບໍລິຫານ. ພິທີເປີດໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 21 ຕຸລາ 2021.

ເຂົ້າຮ່ວມເປັນສັກຂີພິຍານໃນການເຊັນບົດບັນທຶກຄວາມເຂົ້າໃຈ ໂດຍ ທ່ານ ປອ. ສຸລິອູດົງ ສຸນດາລາ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ. ປີເຕິ ເຮ່ມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ. ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນທຶນໂດຍ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ແລະ ຈັດຕັ້ງປະຕິບັດໂດຍ ສະຖາບັນ ອາທີໄອ ອິນເຕີເນຊັນນັນ (RTI International) ຮ່ວມກັບມະຫາວິທະຍາໄລແຫ່ງຊາດ. ຄຽງຄູ່ກັນນັ້ນ, ໂຄງການຈະຮ່ວມມືກັບບັນດາສະຖາບັນການສຶກສາ, ຄູ-ອາຈານ ແລະ ນັກສຶກສາ, ແລະ ກຸ່ມນັກຄົ້ນຄ້ວາວິໄຈ ເພື່ອສ້າງຄວາມເຂັ້ມແຂງທາງດ້ານການຄຸ້ມຄອງ, ການບໍລິຫານ ແລະ ທັກສະທາງດ້ານວິຊາການ ເພື່ອເຮັດໃຫ້ເຂົາເຈົ້າສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໄດ້ຢ່າງມີປະສິດທິພາບ.

ທ່ານ ປອ. ປີເຕິ ເຮມ໋ອນ ໄດ້ກ່າວໃນງານວ່າ: ໂຄງການນີ້ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນໃນການສະຫນັບສະຫນູນ ແລະ ການຂະຫຍາຍສາຍພົວພັນພາຍໃຕ້ການຮ່ວມມືແບບກວມລວມລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ. ປີນີ້ເປັນປີທີ່ຄົບຮອບ 5 ປີ ຂອງກອບການຮ່ວມມືດັ່ງກ່າວ ແລະ ສະຫະລັດອາເມລິກາມີຄວາມພູມໃຈທີ່ໄດ້ຮ່ວມມືກັບ ສປປ ລາວ ເພື່ອສະ ໜັບສະໜູນສະຖາບັນການສຶກສາ ແລະ ປະກອບສ່ວນໃຫ້ກັບເປົ້າ ໝາຍການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີປະສິດທິພາບ ແລະ ຍືນຍົງ.

ບົດບັນທຶກຄວາມເຂົ້າໃຈຂອງໂຄງການ ໄດ້ຮັບການລົງນາມໂດຍ ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ແສງທອງ ໂພທິສານ, ຜູ້ຈັດການໂຄງການ, ສະຖາບັນ ອາທີໄອ ອິນເຕີເນຊັນນັນ ໃນນາມເປັນຜູ້ຈັດຕັ້ງປະຕິບັດ, ໂດຍມີສັກຂີພິຍານຈາກບັນດາຜູ້ຕາງໜ້າຂອງກະຊວງສຶກສາທິການ ແລະ ກິລາ, ມະຫາວິທະຍາໄລແຫ່ງຊາດ, ກະຊວງການຕ່າງປະເທດ ແລະ ສະຖານທູດສະຫະລັດອາເມລິກາ.

ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນຮ່ວມມືແບບກວມລວມລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ແຕ່ປີ 2016, ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ໄດ້ເພີ່ມທະວີການສະໜັບສະໜູນ ລັດຖະບານລາວ ໃນຫລາຍຂະແຫນງການ ເປັນຕົ້ນ ແມ່ນ ປັບປຸງສະພາບແວດລ້ອມໃນການລົງທຶນ ແລະ ການຄ້າ, ສ້າງຄວາມເຂັ້ມແຂງໃຫ້ກັບບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs), ສົ່ງເສີມວຽກງານການປົກຄອງ ແລະ ລັດຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ສົ່ງເສີມການສຶກສາ ແລະ ວຽກງານສາທາລະນະສຸກ, ພັດທະນາເສດຖະກິດຕາມຄວາມຕ້ອງການຂອງຕະຫຼາດ, ແລະ ເຊື່ອມໂຍງກັບອາຊຽນ ພ້ອມທັງ ສະໜັບສະໜູນໃຫ້ ສປປ ລາວ ສາມາດບັນລຸໄດ້ເປົ້າໝາຍພັດທະນາແຫ່ງຊາດ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...