spot_img
Homeຂ່າວຕ່າງປະເທດສະຫະລັດອາຫຼັບເອມິເຣດ ປະກາດຈະສົ່ງຍານສຳຫຼວດດາວອັງຄານ ອີກ 7 ປີຂ້າງໜ້າ

ສະຫະລັດອາຫຼັບເອມິເຣດ ປະກາດຈະສົ່ງຍານສຳຫຼວດດາວອັງຄານ ອີກ 7 ປີຂ້າງໜ້າ

Published on

 

557000008319001

 

ແຫຼ່ງຂ່າວຈາກຕ່າງປະເທດລາຍງານວ່າ ລັດຖະບານສະຫະລັດອາຫຼັບເອມິເຣດ (UAE) ປະກາດໃນວັນພະຫັດ

17 ກໍລະກົດນີ້ວ່າ ພວກເຂົາໄດ້ເປີດໂຕໂຄງການສົ່ງຍານອາວະກາດແບບໄຮ້ນັກບິນ ໄປຍັງດາວອັງຄານ ໃຫ້ສຳ

ເລັດພາຍໃນປີ 2021 ຫຼື ອີກ 7 ປີຂ້າງໜ້າ ໂດຍອ້າງວ່າພວກເຂົາເຈົ້າບໍ່ມີຂໍ້ຈຳກັດເລື່ອງງົບປະມານ.

 

ທ່ານ ຊີກ ຄາລິຟາ ບິນ ໄຊເອັດ ອັນ ນາຍານ ປະທານາທິບໍດີແຫ່ງສະຫະລັດອາຫຼັບເອມິເຣດ ປະກາດຈັດຕັ້ງ

ສຳນັກງານອາວະກາດແຫ່ງຊາດຂອງຕົນເອງຂຶ້ນຢ່າງເປັນທາງການ ເພື່ອເຮັດໜ້າທີ່ດຳເນີນງານໂຄງການ

ສົ່ງຍານອາວະກາດແບບໄຮ້ຄົນຂັບ ໄປສຳຫຼວດດາວອັງຄານ ໃນອີກ 7 ປີ ໂດຍພ້ອມທີ່ຈະທຸ້ມງົບປະມານບໍ່

ອັ້ນ ເພື່ອໃຫ້ໂຄງການນີ້ບັນລຸຜົນສຳເລັດຕາມເປົ້າໝາຍ.

 

ຄວາມເຄື່ອນໄຫວດັ່ງກ່າວ ສົ່ງຜົນເຮັດໃຫ້ສະຫະລັດອາຫຼັບເອມິເຣດ ກາຍເປັນປະເທດທີ 9 ຂອງໂລກ ທີ່ມີ

ການຈັດຕັ້ງໂຄງການສຳຫຼວດດາວອັງຄານຢ່າງເປັນທາງການ ໂດຍທາງການປະເທດດັ່ງກ່າວ ຕັ້ງເປົ້າໃຫ້

ປະເທດຂອງຕົນ ຖືກບັນທຶກຊື່ໄວ້ໃນໜ້າປະຫວັດສາດ ໃນຖານະປະເທດຈາກໂລກມຸສລິມປະເທດທຳອິດ

ທີ່ສາມາດພິຊິດດາວອັງຄານ ທີ່ຢູ່ຫ່າງຈາກໂລກຫຼາຍກ່ວາ 60 ລ້ານກິໂລແມັດ ແລະ ຕ້ອງໃຊ້ເວລາໃນການ

ເດີນທາງຍາວນານກ່ວາ 9 ເດືອນ.

 

557000008319002

 

ການປະກາດເດີນໜ້າໂຄງການສົ່ງຍານອາວະກາດ ໄປຍັງດາວອັງຄານຂອງລັດຖະບານ ສ.ອາຫຼັບໃນຄັ້ງນີ້

ຖືກຕີລາຄາວ່າ ເປັນໜຶ່ງໃນຄວາມພະຍາຍາມຂອງພາກລັດ ໃນການສ້າງຄວາມເຕີບໂຕທາງດ້ານເຕັກໂນ

ໂລຊີພາຍໃນປະເທດ ເພື່ອກະຈາຍຄວາມຫຼາກຫຼາຍທາງດ້ານເສດຖະກິດ ອອກຈາກພາກພະລັງງານທີ່ເປັນ

ລາຍໄດ້ຫຼັກຂອງປະເທດມາແຕ່ດົນນານ.

 

ບັນດາປະເທດ 9 ຊາດໃນໂລກ ທີ່ມີການຈັດຕັ້ງໂຄງການສຳຫຼວດດາວອັງຄານ ຫຼື ໂຄງການວິໄຈອື່ນໆກ່ຽວ

ຂ້ອງກັບດາວອັງຄານແມ່ນປະກອບດ້ວຍ: ຣັດເຊຍ, ສະຫະລັດອາເມລິກາ, ຈີນ, ອິນເດຍ, ຍີ່ປຸ່ນ, ສະຫະລາ

ຊະອານາຈັກ, ເນເທີແລນ,​ ຟິນແລນ ແລະ ສະຫະລັດອາຫຼັບເອມິເຣດ.

 

557000008319003
ແຜນທີ່ຂອງ ສະຫະລັດອາຫຼັບເອມິເຣດ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...