spot_img
Homeຂ່າວຕ່າງປະເທດສະຫະລັດຍັງຄອງແຊັມປະເທດທີ່ໃຊ້ງົບທາງການທະຫານຫຼາຍທີ່ສຸດໃນໂລກ

ສະຫະລັດຍັງຄອງແຊັມປະເທດທີ່ໃຊ້ງົບທາງການທະຫານຫຼາຍທີ່ສຸດໃນໂລກ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງສະຕອກໂຮມ ປະເທດສະວີເດນ ເມື່ອວັນທີ 24 ເມສາ 2017 ນີ້ວ່າ ສະຖາບັນວິໄຈສັນຕິພາບນານາຊາດສະຕອກໂຮມ (ຊີປຣິ) ເຜີຍແຜ່ລາຍງານຖານຂໍ້ມູນກ່ຽວກັບງົບປະມານທາງທະຫານຂອງແຕ່ລະປະເທດໃນຮອບປະຈຳປີ 2016 ວ່າສະຫະລັດຍັງຄອງອັນດັບທີ 1 ດ້ວຍສະຖິຕິການໃຊ້ຈ່າຍງົບເຂົ້າໃນທາງທະຫານສູງເຖິງ 611,000 ລ້ານໂດລາ ເພີ່ມຂຶ້ນ 1.7% ຈາກປີ 2015 ແລະ ເປັນອັດຕາສ່ວນສູງທີ່ສຸດຕັ້ງແຕ່ປີ 2010 ສົ່ງສັນຍານອາດເປັນການສິ້ນສຸດຍຸກແຫ່ງການຄວບຄຸມງົບປະມານທາງການທະຫານຂອງລັດຖະບານວໍຊິງຕັນ ຈາກປີ 2008 ແລະ ປັດຈຸບັນນີ້ປະທານາທິບໍດີໂດນັລ ທຣັມ ໄດ້ສະເໜີເພີ່ມງົບປະມານທາງທະຫານໃນປີ 2017 ນີ້ອີກເປັນ 54% ແລ້ວ

ຂະນະທີ່ອັນທີ 2 ຕົກເປັນຈີນ ເຊິ່ງມີສະຖິຕິໃຊ້ຈ່າຍທາງການທະຫານເພີ່ມຂຶ້ນ 5.4% ຕົກເປັນງົບປະມານ 215,000 ລ້ານໂດລາ ຖືເປັນອັນດັບທີ 1 ຂອງທະວີບອາຊີ ຫຼາຍກວ່າງົບປະມານທາງການທະຫານຂອງອິນເດຍເກືອບ 4 ເທົ່າ

ຣັດເຊຍຢູ່ໃນອັນດັບທີ 3 ດ້ວຍສະຖິຕິ 69,200 ລ້ານໂດລາ ເພີ່ມຂຶ້ນ 5.9% ຈາກສະຖິຕິຂອງປີ 2015 ແລະ ຄິດເປັນ 5.3% ຂອງຜະລິດຕະພັນລວມໃນປະເທດ (ຈີດີພີ) ຖືເປັນອັດຕາສ່ວນທີ່ຫຼາຍທີ່ສຸດນັບຕັ້ງແຕ່ການລົ້ມລະລາຍຂອງສະຫະພາບໂຊວຽດ ເມື່ອປີ 1992 ນອກຈາກນີ້ຍັງຖືເປັນສະຖິຕິເພີ່ມຂຶ້ນເປັນປີທີ 2 ຕິດຕໍ່ກັນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...