spot_img
Homeຂ່າວຕ່າງປະເທດສະຫະລັດກຽມເປີດປະເທດຕົ້ນເດືອນໜ້າຫວັງໃຊ້ວັກຊີນເປັນຕົວຊ່ວຍ

ສະຫະລັດກຽມເປີດປະເທດຕົ້ນເດືອນໜ້າຫວັງໃຊ້ວັກຊີນເປັນຕົວຊ່ວຍ

Published on

ສະຫະລັດອາເມລິກາກຽມເປີດປະເທດຕົ້ນເດືອນພະຈິກທີ່ຈະມາເຖິງ ເພື່ອເປີດໂອກາດໃຫ້ນັກທ່ອງທ່ຽວຕ່າງປະເທດຜູ້ທີ່ສັກວັກຊີນຄົບສອງເຂັມສາມາດເດີນທາງເຂົ້າສະຫະລັດໄດ້ ຂະນະທີ່ພາກການທ່ອງທ່ຽວ ລວມທັງສາຍການບິນ ແລະພາກທຸລະກິດຕ່າງກໍເຫັນດີກັບແຜນການນີ້.

ການເປີດປະເທດຈະມີຂຶ້ນໃນວັນທີ 8 ພະຈິກ 2021 ເຊິ່ງຈະເປັນການເປີດຊາຍແດນ ຜ່ານທາງພື້ນດິນ ແລະທາງອາກາດ ຂະນະທີ່ຜູ້ຈະເດີນທາງເຂົ້າສະຫະລັດຕ້ອງໄດ້ຮັບວັກຊີນຄົບຖ້ວນໂດຍເປັນວັກຊີນທີ່ຜ່ານການຮັບຮອງຈາກອົງການອາຫານ ແລະຢາ ສະຫະລັດ ລວມທັງອົງການອະນາໄມໂລກ ເຊັ່ນ ວັກຊີນແອສຕາເຊເນກາ, ຈອນສັນແອນຈອນສັນ, ໂມເດີນາ, ໄຟເຊີ, ຊີໂນຟາມ ແລະຊີໂນແວັກ ພ້ອມມີໃບຢັ້ງຢືນກວດໂຄວິດພາຍໃນ 3 ວັນກ່ອນອອກເດີນທາງ ສ່ວນສາຍການບິນຈະຕ້ອງມີມາດຕະການສອບສວນຢ່າງເຄັ່ງຄັດ.

ເຖິງແມ່ນລັດຖະບານສະຫະລັດກຽມເດີນໜ້າເປີດປະເທດ ແຕ່ຕົວເລກຜູ້ຕິດເຊື້ອໂຄໂຣນ່າໄວຣັສສະເລ່ຍຍັງຢູ່ທີ່ 85,000 ຄົນຕໍ່ວັນ ແຕ່ກໍຫຼຸດລົງເຖິງ 8,000 ລາຍເມື່ອທຽບໃສ່ອາທິດກ່ອນ. ຢ່າງໃດກໍຕາມ, ຍັງບໍ່ສາມາດຢືນຢັນໄດ້ວ່າພະຍາດໂຄວິດ-19 ຈະກັບມາແຜ່ລະບາດຄືນໃໝ່ອີກຄັ້ງພາຍຫຼັງເປີດປະເທດ ຫຼື ບໍ່.

ຂໍ້ມູນຈາກ: ໄທຣັດອອນໄລນ໌

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...