spot_img
Homeຂ່າວທ້ອງຖິ່ນສະຫວັນນະເຂດ ຈັດກິດຈະກຳສະຫລອງວັນຄູແຫ່ງຊາດ

ສະຫວັນນະເຂດ ຈັດກິດຈະກຳສະຫລອງວັນຄູແຫ່ງຊາດ

Published on

DSCN1483.05.10.1

ຂປລ. ພະແນກສຶກສາທິການ ແລະກິລາ ແຂວງສະຫວັນນະເຂດ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ເພື່ອສະຫລອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 21 ປີ ໃນຕອນເຊົ້າຂອງວັນທີ 2 ຕຸລາ ນີ້ ໂດຍມີ ຄູອາຈານ-ນັກສຶກສາ ຈາກສະຖາບັນການສຶກສາພາກລັດແລະເອກຊົນ ພາຍໃນແຂວງ ແລະ ພະແນກການຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ ຈຳນວນ 1.000 ກວ່າ ຄົນ.

ທ່ານ ອາຈານ ວິໄນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ໃຫ້ຮູ້ວ່າ: ກິດຈະກຳ​ຄັ້ງ​ນີ້ ​ເພື່ອ​ລະນຶກ​ເຖິງຄຸນ​ງາມ​ຄວາມ​ດີ​ຂອງຄູ ​ເພາະ​ຄູຍາມໃດກໍແມ່ນຜູ້ປະເສີດເລີດລ້ຳທີ່ໄດ້ຖ່າຍຄວາມຮູ້ຄວາມ ສາມາດ​ໃຫ້ບຸກຄະລາ​ຄອນ​ຂອງ​ຊາດ, ຄູ​ເປັນແມ່ພິມຂອງຊາດ ທີ່​ຍາມ​ໃດ​ກໍ​​ເສຍ​ສະລະ​ເພື່ອ​ລູກສິດ​ຂອງ​ຕົນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...