spot_img
Homeຂ່າວການພັດທະນາສະຫວັນນະເຂດເຜີຍ ປີຜ່ານມາບ້ານທຸກຍາກຢູ່ແຂວງ ໄດ້ຫລຸດລົງ 23 ບ້ານ

ສະຫວັນນະເຂດເຜີຍ ປີຜ່ານມາບ້ານທຸກຍາກຢູ່ແຂວງ ໄດ້ຫລຸດລົງ 23 ບ້ານ

Published on

ຂປລໃນປີ 2016 ຜ່ານມາ ທົ່ວແຂວງສະຫວັນນະເຂດ ມີບ້ານທຸກຍາກ 126 ບ້ານ ເທົ່າກັບ 12,33% ຂອງຈຳນວນບ້ານທັງໝົດ ​ແລະ ​ໄດ້ຫລຸດລົງຈາກປີ 2015 ຈຳນວນ 23 ບ້ານ, ຂະນະດຽວກັນຄອບຄົວທຸກຍາກ ກໍຫລຸດລົງ 693 ຄອບຄົວ ​ໃນຈຳນວນ 7.970 ຄອບຄົວທຸກຍາກທັງໝົດສ່ວນບ້ານພັດທະນາກໍໄດ້ເພີ່ມຂຶ້ນ 242 ບ້ານໃນປີ 2015 ມາເປັນ 253 ບ້ານໃນປີ 2016.


ຂໍ້
ມູນດັ່ງກ່າວ​ ໄດ້ຮັບການລາຍງານ ໃນກອງປະຊຸມວຽກງານ ພັດທະນາຊົນນະບົດ ຕິດພັນກັບວຽກງານ 3 ສ້າງຂອງ ແຂວງສະຫວັນນະເຂດ ​ໃນວັນທີ 7 ກໍລະກົດ 2017 ​​ແລະ ​ໃນໂອກາດນີ້ທ່ານ ຄຳລຸຍ ຍາດຕິວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຍັງໄດ້ໃຫ້ຮູ້ອີກວ່າສຳລັບແຜນສູ້ຊົນແຕ່ນີ້ຮອດປີ 2020 ຈະສູ້ຊົນເຮັດໃຫ້ອັດຕາ ຄອບຄົວທຸກຍາກຫລຸດລົງຕ່ຳກວ່າ 2% ຂອງຄອບຄົວທັງໝົດ, ບ້ານ ແລະ ເມືອງທຸກຍາກ ໃຫ້ລຶບລ້າງໄດ້ໂດຍພຶ້ນຖານ, ສູ້ຊົນສ້າງບ້ານພັດທະນາ ໃຫ້ໄດ້ 850 ບ້ານ ຫລື ຫລາຍກວ່າ 2/3 ຂອງຈຳນວນບ້ານທັງໝົດ, ສ້າງຄອບຄົວ ພັດທະນາໃຫ້ໄດ້ 88%, ສ້າງບ້ານໃຫຍ່ໃຫ້ກາຍ ເປັນຕົວເມືອງໃນຊົນນະບົດ ເພື່ອເປັນໃຈກາງບໍລິການ ທາງດ້ານເສດຖະກິດ-ສັງຄົມ ຢູ່ເຂດຫ່າງໄກສອກຫລີກໃຫ້ໄດ້ 43 ບ້ານ ແລະ ສ້າງເມືອງພັດທະນາ ໃຫ້ໄດ້ 5 ເມືອງ ຫລື ຫລາຍກວ່າ 30% ຂອງຈຳນວນເມືອງທັງໝົດ, ສູ້ຊົນຈັດສັນພູມລຳເນົາຄົງທີ່ ແລະ ບ່ອນທຳມາຫາກິນຖາວອນ ໃຫ້ແກ່ປະຊາຊົນໃນເຂດຈຸດສຸມ ໃຫ້ສຳເລັດໂດຍພື້ນຖານ.

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...