spot_img
Homeວົງການສື່ມວນຊົນສະຫລອງວັນສື່ມວນຊົນແຫ່ງຊາດ ແລະ ວັນການພິມຈຳຫນ່າຍ 13 ສິງຫາ

ສະຫລອງວັນສື່ມວນຊົນແຫ່ງຊາດ ແລະ ວັນການພິມຈຳຫນ່າຍ 13 ສິງຫາ

Published on

ພິທີສະເຫລີມສະຫລອງວັນສື່ມວນຊົນແຫ່ງຊາດ ແລະ ວັນການພິມຈຳຫນ່າຍ 13 ສິງຫາ ໄດ້ຈັດຂຶ້ນໃນເຊົ້າວັນທີ

12 ສິງຫານີ້, ຢູ່ກະຊວງຖະແຫລງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ ໂດຍການເຂົ້າຮ່ວມຂອງທ່ານ ສຈ. ດຣ ບໍ່ແສງ

ຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັນທະນະທຳ ແລະ ທ່ອງທ່ຽວ, ພ້ອມການນຳອາວຸໂສບຳ

ນານ ແລະ ພະນັກງານຫລັກແຫລ່ງຈາກກົມກອງຕ່າງໆ ອ້ອມຂ້າງກະຊວງເຂົ້າຮ່ວມເປັນຈຳນວນຫລາຍ.

 

ໃນພິທີພາຍຫລັງໄດ້ຮັບຟັງລາຍງານການເຄື່ອນໄຫວຂອງວຽກງານສື່ມວນຊົນໃນໄລຍະ ຜ່ານມາຈາກທ່ານ ສະ

ຫວັນຄອນ ຣາຊະມຸນຕຣີ ລັດຖະມົນຕີຊ່ວຍວ່າການກະຊວງດັ່ງກ່າວ, ທີ່ໄດ້ຍົກໃຫ້ເຫັນບັນດາຈຸດດີທີ່ຈະຕ້ອງໄດ້

ເສີມຂະຫຍາຍ ແລະ ບັນດາຈຸດອ່ອນຄົງຄ້າງ ທີ່ຈະຕ້ອງໄດ້ເພີ່ມທະວີປັບປຸງແກ້ໄຂຄື ສື່ມວນຊົນໄດ້ກາຍເປັນກະ

ບອກສຽງອັນແຫລມຄົມຂອງພັກ, ລັດຖະບານ ແລະ ປະຊາຊົນ ທີ່ໄດ້ຕັ້ງຫນ້າເຮັດວຽກງານນຳ ເອົາຂໍ້ມູນຂ່າວ

ສານໄປສູ່ທົ່ວເປົ້າຫມາຍທັງພາຍໃນ ແລະ ຕ່າງປະເທດໄດ້ເປັນຢ່າງດີ, ສາມາດຮັບໃຊ້ພະລະກິດປົກປັກຮັກສາ

ແລະ ພັດທະນາປະເທດຊາດດ້ວຍຄວາມຈົ່ງຮັກພັກດີ,ປະກອບສ່ວນສຳຄັນເຂົ້າໃນການປັບປຸງຊີວິດການເປັນຢູ່

ຂອງປະຊາຊົນບັນດາເຜົ່າມີຄຸນນະພາບດີຂຶ້ນຕາມທິດທາງຂອງພັກໃນ ການນຳເອົາປະເທດຊາດອອກຈາກສະ

ພາບດ້ອຍພັດທະນາ ແລະ ນຳເອົາປະຊາຊົນຫລຸດພົ້ນອອກຈາແຄວາມທຸກຍາກ.  ເວົ້າລວມ ແລ້ວສື່ມວນຊົນ

ລາວໄດ້ຮັບການປັບປຸງຄວາມໄວ, ຮູບແບບ ແລະ ເນື້ອໃນຂອງຕົນທີ່ສາມາດຮັບປະກັນໄດ້ສີ່ລັກສະນະ, ສາມາດ

ສ່ອງແສງເຫດການຕ່າງໆໄດ້ຢ່າງທັນການ, ຈະແຈ້ງ, ເລິກ ເຊິ່ງກວ້າງຂວາງ, ກວມເອົາທຸກບັນຫາ ແລະ ສາມາດ

ຕອບສະຫນອງຄວາມຕ້ອງການຂອງປະຊາຊົນບັນດາເຜົ່າໄດ້ເປັນຢ່າງດີ.

 

ສ່ວນວຽກງານການພິມຈຳຫນ່າຍ ກໍແມ່ນການເຄື່ອນໄຫວຫນຶ່ງ ດ້ານວຽກງານແນວຄິດອັນແຫລມຄົມຂອງ

ພັກ ແລະ ແມ່ນການນຳເອົາສະຕິປັນຍາ ກໍຄືຜົນງານຄົ້ນຄວ້າປະດິດແຕ່ງ, ການແປ, ຮູບພາບຕ່າງໆຂອງເຫລົ່າ

ນັກຄົ້ນຄວ້ານັກປະພັນມາເຜີຍແຜ່ໄດ້ຢ່າງກວ້າງຂວາງ ແລະ ກໍເຫັນໄດ້ວ່າ ຂະແຫນງການດັ່ງກ່າວ ກໍສາມາດ

ເຮັດສຳເລັດວຽກງານຂອງຕົນໂດຍດີຕະຫລອດມາ. ແຕ່ຄຽງຄູ່ກັນນັ້ນ, ທັງສອງວຽກທີ່ກ່າວມານັ້ນ ກໍຍັງມີບາງ

ບັນຫາທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂຄື: ເນື້ອໃນຂອງຜະລິດຕະພັນສື່ມວນຊົນ ແລະ ສິ່ງພິມເຖິງວ່າໄດ້

ສ່ອງແສງທຸກຈິດໃຈຂອງແນວທາງນະໂຍບາຍຂອງພັກ, ລະບຽບກົດຫມາຍ ແລະ ແຜນພັດທະນາເສດຖະກິດ

-ສັງຄົມຂອງລັດແຕ່ຍັງເຫັນ ວ່າບໍ່ທັນເລິກເຊິ່ງເທົ່າທີ່ຄວນ, ຍັງບໍ່ທັນຕອບຄຳຖາມ ຫລື ຄວາມສົນໃຈຂອງສັງ

ຄົມໄດ້ຢ່າງທັນການ ແລະ ຄົບຖ້ວນ, ເນື້ອໃນຂອງສື່ສິ່ງພິມ, ສື່ເອເລັກໂຕຣນິກ ແລະ ສິ່ງພິມທີ່ໃຫ້ຂໍ້ມູນຂ່າວສານ,

ການສຶກສາອົບຮົມ ແລະ ນຳປະໂຫຍດຕົວຈິງແກ່ຜູ້ອ່ານ, ຜູ້ເບິ່ງ, ຜູ້ຟັງຍັງບໍ່ທັນອຸດົມສົມບູນທຽບໃສ່ເນື້ອໃນ

ດ້ານການບັນເທີງ, ຮູບການຍັງມີບາງອັນບໍ່ທັນເຫມາະສົມກັບແຕ່ລະເປົ້າຫມາຍຜູ້ອ່ານ, ຜູ້ຟັງ ແລະ ຜູ້ເບິ່ງໂດຍ

ສະເພາະຊາວ ຫນຸ່ມ ແລະ ປະຊາຊົນບັນດາເຜົ່າທີ່ຢູ່ເຂດທຸກຍາກດ້ອຍໂອກາດ, ການກໍ່ສ້າງພະນັກງານ ສະຫນອງ

ໃຫ້ວຽກງານດັ່ງກ່າວຍັງມີ ຈຳນວນຈຳກັດ, ສ່ວນດ້ານເຕັກນິກ ແລະ ຄຸ້ມຄອງບໍລິຫານຍັງຂາດ, ບຸກຄະລາກອນ

ດ້ານສື່ມວນຊົນ ແລະ ພິມຈຳຫນ່າຍຢູ່ທ້ອງຖິ່ນຂັ້ນເມືອງຍັງບໍ່ພຽງພໍກັບຄວາມຕ້ອງການຂອງວຽກງານ ແລະ

ອື່ນໆ.

 

ໃນໂອກາດອັນສະຫງ່າລາສີນີ້, ທ່ານສຈ ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງດັ່ງກ່າວກໍໄດ້ໃຫ້

ກຽດໂອ້ລົມ,ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຕ່າງໆ ທີ່ສື່ມວນຊົນລາວ ແລະ ການພິມຈຳ

ຫນ່າຍຍາດມາໄດ້ ໃນໄລຍະຜ່ານມາ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ

ຊາດ ແລະ ກະໂຕວຽກງານສື່ມວນຊົນ ແລະ ພິມຈຳຫນ່າຍ ກໍໄດ້ມີການພັດທະນາຕົນເອງຂະຫຍາຍຕົວຂຶ້ນເປັນ

ກ້າວໆສາມາດຕອບສະຫນອງຄວາມຕ້ອງການຂອງສັງຄົມໄດ້ດີສົມຄວນ ແລະ ໄດ້ມີບົດບາດສຳຄັນໃນວຽກງານ

ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ວຽກງານພັດທະນາເສດຖະກິດ- ສັງຄົມຂອງຊາດ, ແຕ່ຄຽງຄູ່ກັນ

ນັ້ນ ທ່ານລັດຖະມົນຕີວ່າການກໍໄດ້ເນັ້ນໃຫ້ສື່ເອົາໃຈ ໃສ່ຕື່ມໃນການເຮັດຫລ້ອນຫນ້າທີ່ຂອງຕົນ ໃນການຕອບ

ສະຫນອງຄວາມຕ້ອງການຂອງສັງຄົມໄດ້ຕາມເປົ້າຫມາຍ ແລະ ໃຫ້ເອົາໃຈໃສ່ສ່ອງແສງໃຫ້ຫລາຍຂຶ້ນບັນດາຕົວ

ແບບ ແລະ ວຽກດີຄົນເດັ່ນຕ່າງໆໃນທຸກຂົງເຂດວຽກງານໃຫ້ກວ້າງຂວາງ ແລະ ທົ່ວເຖິງ, ຕັ້ງຫນ້າປະສານສົມທົບ

ລະຫວ່າງເບື້ອງລັດ ແລະ ພາກເອກະຊົນໃຫ້ດີກວ່າເກົ່າເພື່ອຊ່ວຍ ເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນກ້າວຂຶ້ນຮັບ

ໃຊ້ຫນ້າທີ່ການເມືອງຂອງພັກ ແລະ ລັດຖະບານມອບຫມາຍໃຫ້ມີຜົນສຳເລັດອັນຈົບງາມ.

 

ບົດຂ່າວຈາກ: http://laophatthananews.blogspot.com/2014/08/13.html

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...