spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສະມຸນໄພຮັກສາຫວັດ

ສະມຸນໄພຮັກສາຫວັດ

Published on

600x439x603495.jpg.pagespeed.ic.Bx7c4OoEQQ

ປ່ວຍເປັນຫວັດ ແນະນຳໃຊ້ສະມຸນໄພໃກ້ໂຕ ຢາດີຈາກທຳມະຊາດ

ສັງຄົມປັດຈຸບັນ ເຕັມໄປດ້ວຍມົນລະພິດ ບໍ່ວ່າຈະເປັນທາງອາກາດທີ່ຫາຍໃຈເຂົ້າ – ອອກ ປົນເປື້ອນຢູ່ໃນອາຫານ ແລະນ້ຳດື່ມ ເຊິ່ງລ້ວນແຕ່ໃກ້ໂຕເຮົາ ແລະມົນລະພິດເຫຼົ່ານີ້ ລ້ວນກໍ່ໃຫ້ເກິດອາການປ່ວຍໃດ້ທັ້ງສີ້ນ ແຕ່ຮູ້ກັນຫຼືບໍ່ວ່າ ຮອບໂຕເຮານີ້ ກໍ່ມີຢາຮັກສາອາການປ່ວຍຢູ່ເຊັ່ນກັນ ຜັກໝາກໄມ້ຫຼາຍຊະນິດ ມີສັບພະຄຸນທາງຢາ ສາມາດໃຊ້ຮັກສາໂລກຫວັດ ທີ່ຫຼາຍຄົນປ່ວຍກັນຢູ່ປະຈຳ .

ເມນູງ່າຍໆ ຢ່າງຜັດກະເພົາມີສັບພະຄຸນທາງຢາ ເພາະ ໃບກະເພົາ ເປັນສະມຸນໄພ ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ແຂງແຮງ ທັ້ງຍັງແກ້ໄອ ແກ້ຫວັດ ແກ້ທ້ອງອືດ ຄາຍຄຽດ ແກ້ອັກເສບ ແລະມີສານຕ້ານອານຸມູນອິດສະລະ .

ສະໄໝກ່ອນຄົນຈີນໃຊ້ ຫົວສີໄຄ ຮັກສາໂລກໄຂ້ຫວັດໃຫຍ່ ແກ້ປວດຫົວ ປວດທ້ອງ ແລະຫົວສີໄຄ ຍັງເປັນສະມຸນໄພ ທີ່ເພີ່ມພູມຄຸ້ມກັນ ຕ້ານອານຸມູນອິດສະລະ ແກ້ອັກເສບ ປັດຈຸບັນຜູ້ຂາຍອາຫານສຸຂະພາບຂອງຈີນ ນຳຫົວສີໄຄຄັ້ນເອາແຕ່ນ້ຳ ແລ້ວຈຳໜ່າຍ ນອກຈາກນີ້ ຫົວສີໄຄຍັງເປັນສ່ວນປະກອບຂອງອາຫານ ເມື່ອຫົວສີໄຄ ໄປຮ່ວມກັບສະມຸນໄພອື່ນໆ ເຊັ່ນ: ຂິງ ຂ່າ ໝາກນາວ ກະທຽມ ໝາກກູດ ຫົວຫອມ ຈຶ່ງກາຍເປັນເມນູທີ່ຊ່ວຍບັນເທົາຫວັດ ໃດ້ເປັນຢ່າງດີ .

ดาวน์โหลด

ທັ້ງນີ້ ບໍ່ໃດ້ມີແຕ່ຜັກເທົ່ານັ້ນ ສາມາດຮັກສາໂລກຫວັດໃດ້ ເພາະໝາກໄມ້ຢ່າງ ” ໝາກສົ້ມພໍດີ ” ກໍ່ເປັນສະມຸນໄພສີງາມ ທີ່ເຕັມໄປດ້ວຍວິດຕາມິນຊີ ເໝາະສຳລັບຜູ້ທີ່ມີຄວາມດັນເລືອດສູງ ແລະມີສັບພະຄຸນຕ້ານຫວັດ ແກ້ໄຂ້ ແກ້ໄອ ຂັບປັດສາວະ. ສານແອນໂຖໄຊຍານິນ ໃນສົ້ມພໍດີ ມີລິດຕ້ານເຊື້ອໄວຣັດໂດຍຕົງ ແລະ ລົດປະລິມານໄວຣັດເຂົ້າສູ່ຮ່າງກາຍ ແລະ ຊ່ວຍເພີ່ມພູມ ຄຸ້ມກັນ ແລະ ຍັງເຊື່ອອີກວ່າການຮັບປະທານຜັກ ແລະ ໝາກໄມ້ທີ່ມີສານດັ່ງກ່າວ ຈະຊ່ວຍລົດການຕິດເຊື້ອ ລົດປະລິມານເຊື້ອ ໄວຣັດໄຂ້ຫວັດໃຫຍ່ສາຍພັນຕ່າງໆ ໃດ້ ໂດຍ ສານແອນໂຖໄຊຍານິນ ສາມາດຫາໃດ້ຈາກພືດຫຼາຍຊະນິດ ເຊັ່ນ ໝາກເຂືອມ່ວງ ກະລ່ຳມ່ວງ ຊົມພູ່ ຫຼືຈາກໝາກໄມ້ທີ່ມີສີແດງຢ່າງ ທັບທີມ ແລະ ໝາກຫວ້າ .

ສ່ວນໝາກໄມ້ພື້ນບ້ານຢ່າງ ໝາກຂາມປ້ອມ ລົດສົ້ມເຂັດແຂ້ວ ກໍ່ອຸດົມດ້ວຍວິດຕາມິນຊີສູງ ຄົນສະໄໝກ່ອນນິຍົມມາໃຊ້ເປັນຢາ ຮັກສາ ແລະໃຊ້ເປັນຢາອາຍຸວັນນະ ມີສັບພະຄຸນແກ້ໄອ ບຳລຸງສຽງ ເຮັດໃຫ້ຊຸ່ມຄໍ ມີລົດເພີ່ມພູມຄຸ້ມກັນ ແລະ ມີສານໂພລີຟີນ່ອນ ທີ່ອອກລິດ ຄືວິດຕາມິນຊີ ປັດຈຸບັນພົບວ່າ ສານຊະນິດນີ້ ມີລິດຕ້ານໄວຣັດໄຂ້ຫວັດໃຫຍ່ອີກດ້ວຍ .

 

ກຸ້ງຄຳ ແສນມະນີ້

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...