spot_img
Homeຂ່າວເຫດການສະມາຊິກສະພາແຫ່ງຊາດ ສະເໜີລັດຖະບານ ເອົາໃຈໃສ່ຄຸ້ມຄອງການນຳໃຊ້ສານເຄມີ

ສະມາຊິກສະພາແຫ່ງຊາດ ສະເໜີລັດຖະບານ ເອົາໃຈໃສ່ຄຸ້ມຄອງການນຳໃຊ້ສານເຄມີ

Published on

ຂປລ. ພາຍຫລັງລັດຖະມົນຕີ ກະຊວງອຸດສາຫະກຳແລະ ການຄ້າ ນຳສະເໜີກ່ຽວກັບການປັບປຸງຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງສານເຄມີ, ອັນໄດ້ສ້າງຄວາມສົນໃຈໃຫ້ບັນດາສະມາຊິກສະພາແຫ່ງຊາດ ສສຊໄດ້ສຸມໃສ່ປະກອບຄຳຄິດເຫັນຢ່າງກົງໄປກົງມາແລະ ລົງເລິກ​ ​ໃນຫລາຍໝວດຫລາຍມາດຕາເຊິ່ງສ່ວນຫລາຍແມ່ນສະເໜີໃຫ້ພາກລັດຖະບານເອົາໃຈໃສ່ຢ່າງຈິງຈັງ ໃນການຄຸ້ມຄອງຕິດຕາມກວດກາ ການນຳເຂົ້າແລະ ການນຳໃຊ້ຕະຫລອດເຖິງການຮັກສາຄວາມປອດໄພຂອງສານເຄມີ.

ຮ່າງກົດໝາຍສະບັບນີ້, ສະເໜີໂດຍ ທ່ານ ນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳແລະ ການຄ້າ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2ຂອງສະພາແຫ່ງຊາດ ຊຸດທີ VIII ​ໃນວັນທີ 10 ພະຈິກ 2016,ເຊິ່ງເປັນກົດໝາຍສ້າງໃໝ່ ປະກອບມີ IX ພາກ 81 ມາດຕາ. ຈຸດປະສົງສຳຄັນແມ່ນ ເພື່ອຄຸ້ມຄອງຕິດຕາມກວດກາ​ ການຈັດຕັ້ງແລະ ການເຄື່ອນໄຫວຂອງວຽກງານເຄມີເພື່ອໃຫ້ໄດ້ຄຸນນະພາແລະ ມາດຕະຖານແນໃສ່ເຮັດໃຫ້ການດຳເນີນທຸລະກິດແລະ ນຳໃຊ້ເຄມີ ຮັບປະກັນຕໍ່ສຸຂະພາບ, ຊັບສິນແລະ ສິ່ງແວດລ້ອມ.


ທ່ານນາງ
ເຂັມມະນີ ພົນເສນາ ກ່າວວ່າ: ປັດຈຸບັນປະເທດລາວ ມີການຂະຫຍາຍຕົວທີ່ໄວວາ ທາງດ້ານເສດຖະກິດ-​ສັງຄົມເຊິ່ງມີການນຳໃຊ້ສານເຄມີ ເຂົ້າໃນວຽກງານຕ່າງໆ ແຕ່ສານເຄມີເຫລົ່ານີ້ ນອກຈາກມີຄວາມອັນຕະລາຍຕໍ່ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ​ແລ້ວຍັງເປັນອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດ. ໂດຍໃນໄລຍະຜ່ານມາຍັງບໍ່ທັນມີນິຕິກຳໃດມາຄຸ້ມຄອງ ຈຶ່ງເຮັດໃຫ້ການນຳໃຊ້ເຄມີແບບຊະຊາຍ, ​ໃນຂະນະທີ່ການປະຕິບັດວຽກງານຂອງຂະແໜງການດັ່ງກ່າວນັ້ນ, ​ແມ່ນຍັງບໍ່ທັນເປັນເອກະພາບ, ​ໂຍນຄວາມຮັບຜິດຊອບເຊິ່ງກັນແລະ ກັນ. ສະນັ້ນ ຈຶ່ງໄດ້ສ້າງກົດໝາຍສະບັບນີ້ເພື່ອຄຸ້ມຄອງວຽກງານເຄມີໃນທົ່ວປະເທດ ໃຫ້ມີປະສິດທິຜົນໃນຕໍ່ໜ້າ.

ການປະກອບຄຳຄິດເຫັນ ຂອງບັນດາ ສສຊ ທຸກເຂດເລືອກຕັ້ງຕໍ່ຮ່າງກົດໝາຍສະບັບນີ້ໄດ້ດຳເນີນໄປຢ່າງຟົດຟື້ນ ຫລາຍປະໂຫຍກຫລາຍມາດຕາໄດ້ຮັບການສະເໜີໃຫ້ປັບປຸງແກ້ໄຂແລະເພີ່ມເຕີມສິ່ງທີ່ຈຳເປັນເຮັດໃຫ້ຮ່າງກົດໝາຍມີ​​ເນື້ອຄວາມຄົບຖ້ວນສົມບູນ ທັງສາມາດຮັບຮອງເພື່ອນຳໃຊ້ໄດ້ຢ່າງສັກສິດ. ພ້ອມດຽວກັນນີ້, ສສຊ ຫລາຍເຂດ ກໍໄດ້ສະເໜີສະພາບການນຳໃຊ້ເຄມີ ແບບຊະຊາຍແລະ ບໍ່ໄດ້ຮັບການຄຸ້ມຄອງເທົ່າທີ່ຄວນ​ໃນໄລຍະຜ່ານມາອັນໄດ້ສ້າງຄວາມ​ເສຍຫາຍຕໍ່ສຸຂະພາບແລະ ສິ່ງແວດລ້ອມ ຢູ່ໃນຫລາຍແຂວງເປັນຕົ້ນການຂຸດຄົ້ນເກືອກາລີຢູ່ແຂວງພາກກາງ, ການປູກກ້ວຍຫອມຢູ່ແຂວງພາກເໜືອແລະ ພືດກະສິກຳອື່ນເຊິ່ງໜ້າເປັນຫ່ວງຫລາຍ, ຫາກກົດໝາຍສະບັບນີ້ຖືກຮັບຮອງແລະ ປະກາດໃຊ້ ຂໍໃຫ້ພາກລັດດຳເນີນການຢ່າງຈິງ​ຈັງໃນອະນາຄົດ.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...