spot_img
Homeມຸມຂ່າວ AECສະມາຄົມຊາວຄ້າຂາຍອັນຍະມະນີ ແລະ ເຄື່ອງປະດັບລາວ ກຽມຄວາມພ້ອມສູ່ AEC

ສະມາຄົມຊາວຄ້າຂາຍອັນຍະມະນີ ແລະ ເຄື່ອງປະດັບລາວ ກຽມຄວາມພ້ອມສູ່ AEC

Published on

 

20141009100836

 

ປັດຈຸບັນ​ນີ້​ຫຼາຍ​ຫົວໜ່ວຍ​ທຸລະ​ກິດ ທັງ​ພາກ​ລັດ ແລະ ເອກະຊົນ ໄດ້​ມີ​ການ​ຫ້າງ​ຫາ​ກະກຽມຄວາມ​ພ້ອມ​ດ້ານ​ຕ່າງໆ

ເພື່ອກ້າວ​ສູ່​ປະຊາ​ຄົມ​ເສດຖະກິດ​ອາຊຽນ (AEC) ໃນ​ທ້າຍ​ປີ 2015 ໃນ​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ດັ່ງກ່າວ​ນີ້​ ກໍ່​ມີ​ສະມາ

ຄົມ​ຊາວ​ຄ້າຂາຍ​ອັນຍະ​ມະນີ ແລະ ເຄື່ອງ​ປະດັບ​ລາວ ກໍ່​ໄດ້​ກຽມ​ຄວາມ​ພ້ອມຮອງ​ຮັບ AEC ມາ​ໄດ້​ຫຼາຍ​ປີ.

 

ທ່ານ ຄຳ​ພູ​ວົງ ພະ​ມີ​ສິດ ປະທານ​ສະມາຄົມ​ຊາວ​ຄ້າຂາຍ​ອັນຍະ​ມະນີ ແລະ ເຄື່ອງ​ປະດັບ​ລາວ ໄດ້​ກ່າວ​ວ່າ: ເປັນ​ເວລາ 3

ປີຜ່ານ​ມາແລ້ວ​ ທີ່​ທາງ​ສະມາຄົມໄດ້​ກະກຽມ​ຄວາມ​ພ້ອມ​ກ້າວ​ສູ່ AEC ເຊິ່ງ​ໃນ​ໄລຍະ​ຜ່ານ​ມາ ​ກໍ່ໄດ້​ມີ​ການເຄື່ອນໄຫວ

​ເຂົ້າ​ຮ່ວມກອງ​ປະຊຸມ​ ກັບ​ບັນດາ​ປະເທດ​ສະມາ​ຊິກ​ອາ​ຊຽນ ເປັນຕົ້ນ​ໄດ້​ເຂົ້າຮ່ວມ​ເຊັນ​ສັນຍາ​ກັບ​ສະມາຄົມຊາວ​ຄ້າ

ຂາຍ​ອັນຍະ​ມະນີ ແລະ ເຄື່ອງ​ປະດັບ​ກັບ​ບັນດາ​ປະເທດສະມາຊິກ​ອາ​ຊຽນ ແລະ ໄດ້​ປຶກສາ​ຫາລື​ກ່ຽວ​ກັບ AEC ຫຼາຍ​ຄັ້ງ

ມາ​ແລ້ວ ຕໍ່​ບັນຫາ​ດັ່ງກ່າວ​ນີ້ ​ສະມາ​ຄົມ​ແມ່ນ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ ເນື່ອງ​ຈາ​ກວ່າ​ປະເທດ​ເຮົາ​ ເປັນ​ປະເທດ​ດ້ອຍ​ພັດທະ

ນາ ປະຊາກອນບໍ່​ຮອດ 10 ລ້ານ​ຄົນ ການ​ຊົມໃຊ້ຜະລິດ​ຕະ​ພັນ​ເຄື່ອງ​ເອ້​ຢ້ອງ​ ວັດຖຸມີຄ່າ​ກໍ່​ໜ້ອຍ ຈະ​ບໍ່​ຫຼາຍ​ຄື​ກັບ​ປະ

ເທດ​ທີ່​ມີ​ປະຊາກອນ​ຫຼາຍ ນອກ​ນີ້ ປະເທດ​ເຂົາເຈົ້າ​ຍັງ​ມີ​ເຕັກ​ໂນ​ໂລຊີ​ທີ່​ທັນ​ສະໄໝ​ເຂົ້າ​ໃນ​ການ​ຜະລິດ ຜະລິດ​ຕະ​ພັນ

​ດັ່ງກ່າວ ແຕ່​ລະ​ປະເທດ​ຈະ​ສູ້​ເຂົາເຈົ້າ​ໄດ້​ແນວໃດ​ນັ້ນ ພວກ​ເຮົາ​ຕ້ອງ​ມາ​ພັດທະນາ​ຕົນເອງ ພັດທະນາ​ທາງ​ດ້ານ​ສີມື

ແລະ ໃນ​ຜ່ານ​ມາ ​ສະມາຄົມ​ກໍ່​ໄດ້ສົ່ງເສີມ​ໃຫ້​ນາຍ​ຊ່າງ​ຫັດຖະກຳເງິນ-ຄຳ​ ມາ​ປະດິດ​ຄິດ​ແຕ່ງ​ລວດລາຍ​ໃຫ້​ກົມ​ກືນ​ກັບ

​ສິລະ​ປະ​ອັນງົດ​ງາມ​ຂອງ​ລາວ​ເຮົາ ​ບວກ​ໃສ່ກັບ​ຜ້າໄໝ​ເຮັດ​ໃຫ້​ມັນ​ໂດດ​ເດັ່ນ ນອກ​ນີ້​ກໍ່​ບວກ​ການ​ບໍລິການ​ທີ່ເປັນ​ເລີດ

​ເຂົ້າ​ຕື່ມ​ອີກ ເຊິ່ງ​ຜ່ານການ​ອອກ​ແບບ​ໃສ່​ຜະລິດ​ຕະ​ພັນເງິນ-ຄຳ ​ກໍ່​ເຫັນ​ວ່າ​ສັງຄົມ​ກໍ່​ຄື​ຜູ້​ຊົມໃຊ້​ໃຫ້​ຄວາມ​ສົນໃຈ​ຫຼາຍ

ແລະ ເຮັດ​ໃຫ້​ຜະລິດ​ຕະ​ພັນ​ເງິນ-ຄຳ​ສຳເລັດ​ຮູບ​ໄດ້​ຂາຍ​ດີ​ສົມຄວນ.

 

ແຕ່​ການ​ກ້າວ​ສູ່​ປະຊາ​ຄົມ​ເສດຖະ​ກິດ​ອາ​ຊຽນ ​ຊາວ​ຄ້າຂາຍ​ອັນຍະ​ມະນີ​ເງິນ-ຄຳ ແລະ ເຄື່ອງ​ເອ້ຢ້ອງ​ປະດັບ​ຕ່າງໆ ຕ້ອງ​

ໄດ້​ພ້ອມກັນ​ປັບປຸງ​ຕົນ​ເອງ​ທາງ​ດ້ານ​ການບໍລິການ ດ້ານ​ສີມື​ແຮງ​ງານ​ກໍ່ຕ້ອງ​ມີ​ການ​ພັດທະນາ ນຳ​ໃຊ້ເຕັກ​ໂນ​ໂລ​ຢີ​ທີ່​

ທັນ​ສະໄໝ​ເຂົ້າ​ມາຜະລິດ ເພື່ອ​ເຮັດ​ໃຫ້​ຜະລິດ​ຕະ​ພັນມີ​ຄຸນະພາບ ມີ​ຄວາມ​ສວຍ​ງາມ ແຕ່​ລາຄາ​ຖືກ ທັງ​ນີ້​ກໍ່​ເພື່ອ​ຈະ

ແຂ່ງຂັນ​ກັບ​ບັນດາ​ປະເທດອາຊຽນ ໂດຍ​ສະເພາະ​ປະເທດ​ໃກ້ຄຽງ ຖ້າ​ຊາວ​ຄ້າຂາຍ​ພວກ​ເຮົາ ຫາກ​ປະຕິບັດ​ໄດ້​ຄື​ແນວ​ນີ້​

ກໍ່​ຈະເຮັດ​ໃຫ້​ຜະລິດ​ຕະ​ພັນ​ບ້ານ​ເຮົາ​ໄປຂາຍ​ຢູ່​ຕະຫຼາດ​ຕ່າງປະເທດ​ໄດ້.

 

ທ່ານ ຄຳ​ພູ​ວົງ ພະ​ມີ​ສິດ ໄດ້ກ່າວ​ຕື່ມ​ວ່າ: ພວກ​ເຮົາ​ຈະ​ມີ​ຜົນສຳເລັດ​ໃນ​ການ​ກ້າວ​ສູ່​ປະຊາ​ຄົມອາ​ຊຽນ​ໄດ້​ນັ້ນ ມັນ​ຕ້ອງ​

ຮຽກຮ້ອງມາ​ຍັງ​ຊາວ​ຄ້າຂາຍ​ຜະລິດ​ຕະ​ພັນເງິນ-ຄຳ ແລະ ເຄື່ອງ​ປະດັບ​ເອ້ຢ້ອງ​ຕ່າງໆ ຕ້ອງ​ມີ​ຄວາມ​ສາ​ມັກຄີ ແລະ

ພ້ອມ​ກັນ​ປັບປຸງ​ຂອດ​ທີ່ຕົນ​ເຫັນ​ວ່າ​ຍັງ​ຄົງ​ຄ້າງ ດ້ານ​ໜຶ່ງອີກ ຮຽກຮ້ອງ​ມາ​ຍັງ​ພາກ​ລັດ ຊ່ວຍ​ສະໜັບສະໜູນ​ຊຸກຍູ້​

ສົ່ງເສີມ​ຊາວ​ຄ້າຂາຍ ແລະ ໃຫ້​ອຳນວຍຄວາມ​ສະດວກ​ດ້ານ​ຕ່າງໆ ແລະ ຜູ້​ຊົມໃຊ້​ພາຍ​ໃນ​ເຮົາ​ ກໍ່​ໃຫ້​ພ້ອມກັນ​ຫັນ​ມາ​

ຊົມໃຊ້​ຜະລິດ​ຕະ​ພັນຂອງ​ຄົນ​ລາວ​ເຮົາ​ຜະລິດ​ໃຫ້​ຫຼາຍຂຶ້ນ ເຊິ່ງ​ຈະ​ເຮັດ​ໃຫ້​ລາວ​ເຮົາ​ມີຄວາມ​ເຂັ້ມແຂງ​ທາງ​ດ້ານ​ເສດ

ຖະ​ກິດ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...