spot_img
Homeຂ່າວຕ່າງປະເທດສະມັດຊາໃຫຍ່ ອົງການ ສປຊ ໄດ້ພິຈາລະນາໃນຫົວຂໍ້ “ບັນຫາ ປາແລັສຕິນ”

ສະມັດຊາໃຫຍ່ ອົງການ ສປຊ ໄດ້ພິຈາລະນາໃນຫົວຂໍ້ “ບັນຫາ ປາແລັສຕິນ”

Published on

ໃນວັນທີ 30 ພະຈິກ 2022, ສະມັດຊາໃຫຍ່ ອົງການ ສປຊ ໄດ້ພິຈາລະນາໃນຫົວຂໍ້ “ບັນຫາ ປາແລັສຕິນ” ເຊິ່ງເປັນໜຶ່ງໃນຫນຶ່ງໃນບັນດາສິ່ງທ້າທາຍທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ແລະ ຍັງຄົງຢູ່ໃນວາລະ ຂອງອົງການ ສປຊ ມາຍາວນານກວ່າ 7 ທົດສະວັດ. ໃນການພິຈາລະນາບັນຫາດັ່ງກ່າວໃນປີນີ້, ທ່ານ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອົງການ ສປຊ ໄດ້ຂຶ້ນກ່າວຄໍາເຫັນ ຕໍ່ສະມັດຊາໃຫຍ່ ໂດຍຢໍ້າຄືນ ທັດສະນະອັນສະເຫມີຕົ້ນສະເຫມີປາຍ ຂອງ ສປປ ລາວ ດັ່ງທີ່ລະບຸຢູ່ໃນສານອວຍພອນ ຂອງທ່ານ ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນວັນສາກົນເພື່ອຄວາມສາມັກຄີກັບປະຊາຊົນ ປາແລສຕິນ, ໃນວັນທີ 29 ພະຈິກ 2022 ຜ່ານມາ.

ເຊິ່ງໄດ້ຢືນຢັນຄືນການສະໜັບສະໜູນຄວາມເປັນເອກະລາດ ແລະ ອະທິປະໄຕຂອງ ລັດປາແລສຕິນ ແລະ ການແກ້ໄຂຂໍ້ຂັດແຍ່ງ ລະຫວ່າງ ອິດສະຣາແອນ ແລະ ປາແລສຕິນ ໂດຍສັນຕິວິທີ, ພ້ອມທັງ ເຄົາລົບສິດທິອັນຊອບທໍາຂອງປະຊາຊົນ ປາແລສຕິນ ລວມທັງສິດທິໃນການຕັດສິນໂຊກຊາຕາກໍາດ້ວຍຕົນເອງ, ການແກ້ໄຂບັນຫາດັ່ງກ່າວ ໃນຮູບແບບ ເປັນສອງລັດ ໂດຍສອດຄ່ອງກັບບັນດາຍັດຕິຂອງອົງການ ສປຊ ແລະ ກົດໝາຍສາກົນທີ່ກ່ຽວຂ້ອງ.

ສປປ ລາວ ຮ່ວມກັບວົງຄະນະຍາດສາກົນ ສືບຕໍ່ສະໜັບສະໜູນ ສັນຕິພາບທີ່ຍືນຍົງ ຢູ່ຕາເວັນອອກກາງ ຊຶ່ງມີຄວາມສຳຄັນທີ່ສຸດ ຕໍ່ກັບຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ, ຢໍ້າຄືນການສະໜັບສະໜູນຕໍ່ຄວາມພະຍາຍາມຮ່ວມກັນຂອງວົງຄະນາຍາດສາກົນ ໃນການແກ້ໄຂບັນຫາດັ່ງກ່າວ ໂດຍການຄົບລົບອະທິປະໄຕຂອງລັດ ແລະ ປະຊາຊົນ ປາແລສຕິນ ໃນການໄດ້ຮັບກຽດສັກສີ ແລະ ຄວາມຍຸດຕິທຳ ໂດຍມີ ເຢຣູຊາເລັມຕາເວັນອອກ ເປັນນະຄອນຫຼວງ, ຢູ່ຄຽງຄູ່ພາຍໃຕ້ ສັນຕິພາບ ແລະ ຄວາມໝັ້ນຄົງ ຮ່ວມກັບລັດອິດສະຣາແອນ ໃນເຂດແດນທີ່ສາກົນຮັບຮູ້.

ແຫຼ່ງຂ່າວ: Permanent Mission of the Lao PDR to the United Nations

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...