spot_img
Homeຂ່າວຕ່າງປະເທດສະມັດຊາໃຫຍ່ຢູເອັນຊີ້ ອັງກິດຄືນໝູ່ເກາະຊາກອສໃຫ້ມໍຣິຊຽດ

ສະມັດຊາໃຫຍ່ຢູເອັນຊີ້ ອັງກິດຄືນໝູ່ເກາະຊາກອສໃຫ້ມໍຣິຊຽດ

Published on

ສະມັດຊາໃຫຍ່ສະຫະປະຊາຊາດມີມະຕິສຽງສ່ວນຫຼາຍສະໜັບສະໜູນຂໍ້ຄິດເຫັນຂອງສານໂລກກ່ຽວກັບເລື່ອງໝູ່ເກາະ “ຊາກອສ” ແລະ ຕ້ອງການໃຫ້ສະຫະຣາຊະອານາຈັກສົ່ງຄືນໝູ່ເກາະແຫ່ງນີ້ໃຫ້ແກ່ “ມໍຣິຊຽດ” ໃນວາລະປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ຊຶ່ງມີ 15 ປະເທດເຂົ້າຮ່ວມ ໂດຍມີມະຕິສຽງທັງໝົດ 116 ສຽງ ບໍ່ອອກສຽງ 56 ແລະ ຄັດ ຄ້ານ 6 ສຽງ ໂດຍມີກຳນົດສົ່ງຄືນພາຍໃນ 6 ເດືອນ.

ທັງນີ້ ອາເມຣິກາ ແລະ ສະຫະຣາຊະອານາຈັກກໍໄດ້ກ່າວເປັນສຽງດຽວກັນວ່າ ໝູ່ເກາະຊາກອສຖືເປັນເຂດທີ່ມີຄວາມສຳຄັນໃນພາລະກິດຕໍ່ຕ້ານການກໍ່ການຮ້າຍ ແລະ ຮັກສາສະຖຽນລະພາບດ້ານຄວາມໝັ້ນຄົງຂອງໂລກ ເນື່ອງຈາກເປັນສະຖານທີ່ຕັ້ງຂອງຖານທັບອາເມຣິກາເທິງເກາະ ດິເອໂກ ກາຣເຊຍ ຊຶ່ງເປັນເກາະຍ່ອຍຂະໜາດໃຫຍ່ທີ່ສຸດຂອງໝູ່ເກາະຊາກອສທີ່ອາເມຣິກາເຊົ່າເປັນຖານທີ່ຕັ້ງຂອງຖານທັບ ແລະ ຄຸກລັບຂອງສຳນັກຂ່າວກອງກາງ CIA ທັງນີ້ ສັນຍາເຊົ່າຈະຄົບກຳນົດໃນປີ 2036 ຫຼື ອີກປະມານ 17 ປີຂ້າງໜ້າ.

ຂະນະທີ່ ທ່ານ ນາງ ຄາເຣນ ພຽດ ເອກອັກຄະຣາຊະທູດສະຫະຣາຊະອານາຈັກປະຈຳຢູເອັນ ກໍໄດ້ກ່າວວ່າ ໝູ່ເກາະຊາກອສຄວນຢູ່ພາຍໃຕ້ອະທິປະໄຕຂອງສະຫະຣາຊະອານາຈັກ ສ່ວນລັດຖະບານມໍຣິຊຽດກໍໄດ້ກຽມຄວາມພ້ອມສຳລັບການເຈລະຈາກັບທັງສອງປະເທດ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ:REUTERS

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...