spot_img
Homeຂ່າວພາຍ​ໃນສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັ່ງ ຫາລືເພີ່ມທະວີການແຂ່ງຂັນໃນທຸກໆດ້ານ

ສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັ່ງ ຫາລືເພີ່ມທະວີການແຂ່ງຂັນໃນທຸກໆດ້ານ

Published on

ສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັ່ງ ຫາລືເພີ່ມທະວີການແຂ່ງຂັນໃນທຸກໆດ້ານ

ກອງ​ປະຊຸມ​ຄະນະ​ກຳມະການ ປະຈຳ​ພາກ​ພື້ນ​ອາຊີ-ປາ​ຊີ​ຟິກ ຂອງ​ສະມັດຊາ​ລັດ​ຖະ​ສະພາ ບັນດາ​ປະເທດ​ທີ່​ໃຊ້​ພາສາ​ຝຣັ່ງ ຄັ້ງ​ທີ 6 ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 5-6 ທັນວາ 2013 ທີ່​ໂຮງແຮມ​ລ້ານ​ຊ້າງ ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ​ດຣ. ໄຊ​ສົມ​ພອນ ພົມວິຫານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ມີ​ບັນດາ​ປະເທດ​ສະມາຊິກ​ທີ່​ມາ​ຈາກ ​ສສ.ຫວຽດນາມ ກຳປູເຈຍ ຝຣັ່ງ ຜູ້ຕາງໜ້າ​ຈາກ​ທະວີບ​ອາ​ຟຣິກ​ກາ ເອີ​ຣົບ ແລະ ແຂກ​ຖືກ​ເຊີນ ເຂົ້າ​ຮ່ວມ.

ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້ ຈັດ​ຂຶ້ນ​ທ່າມກາງ​ສະພາບ​ການ​ທາງ​ດ້ານ​ເສດຖະກິດ​ການເມືອງ​ຂອງ​ໂລກ ແລະ ພາກ​ພື້ນ ພວມ​ສືບຕໍ່​ຜັນ​ແປ​ໄປ​ຢ່າງ​ສັບສົນ ຊຶ່ງ​ໄດ້​ສົ່ງ​ກະທົບ​ຢ່າງ​ຫຼີກ​ລ່ຽງ​ບໍ່​ໄດ້​ຕໍ່​ປະເທດ​ຕ່າງໆ ນັບ​ທັງ​ປະເທດ​ທີ່​ພັດທະນາ ແລະ ກຳລັງ​ພັດທະນາ ໃນ​ນັ້ນ ລວມ​ທັງ​ບັນດາ​ປະເທດ​ທີ່​ໃຊ້​ພາສາ​ຝຣັ່ງ ໂດຍ​ສະເພາະ​ແມ່ນ​ຜົນ​ກະທົບ​ຈາກ​ວິ​ກິດ​ການ ເສດຖະກິດ​ຂອງ​ສະຫະລັດ ໜີ້​ສາທາລະນະ​ຂອງ​ເອີ​ຣົບ ແລະ ຄວາມ​ຂັດ​ແຍ່ງ​ທາງ​ການເມືອງ​ຢ່າງ​ຮຸນ​ແຮງ​ໃນ​ຕາເວັນ​ອອກ​ກາງ ແລະ ອາ​ຟຣິກ​ກາ​ເໜືອ ທີ່​ໄດ້​ກາຍເປັນ​ສົງຄາມ​ກາງ​ເມືອງ ທີ່​ບໍ່​ມີ​ທ່າ​ທີ​ວ່າ​ຈະ​ຈົບ​ລົງ​ໄດ້​ງ່າຍໆ​ໃນ​ອະນາຄົດ​ອັນ​ໃກ້​ນີ້.

ແນວໃດ​ກໍ​ຕາມ ຢູ່​ພາກ​ພື້ນ​ອາຊີ-ປາ​ຊີ​ຟິກ ໂດຍ​ລວມ​ຍັງ​ສືບຕໍ່​ມີ​ສະຖຽນ​ລະ​ພາບ ແລະ ມີ​ການ​ຮ່ວມ​ມື​ເພື່ອ​ພັດທະນາ​ທີ່​ຟົດຟື້ນ​ທີ່​ສຸດ​ໃນ​ໂລກ ກາຍເປັນ​ສູນ​ກາງ​ແຫ່ງ​ການ​ພົວພັນ​ສາກົນ ສູນ​ກາງ​ດ້ານ​ການ​ຄ້າ ການ​ລົງທຶນ ແລະ ການທ່ອງທ່ຽວ​ຢ່າງ​ກວ້າງຂວາງ ປະເທດ​ມະຫາ​ອຳນາດ​ທີ່​ສຳຄັນ​ຂອງ​ໂລກ ລ້ວນ​ແຕ່​ຫັນ​ຄວາມ​ສົນໃຈ​ມາສູ່​ພາກ​ພື້ນ​ນີ້​ຫຼາຍ​ຂຶ້ນ ຈາກ​ສະພາບ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ພາກ​ພື້ນ​ນີ້​ມີ​ທັງ​ກາລະ​ໂອກາດ ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ຊຶ່ງ​ສະມາຊິກ​ລັດ​ຖະ​ສະພາ​ທີ່​ໃຊ້​ພາສາ​ຝຣັ່ງ ຈາກ​ພາກ​ພື້ນ​ອາຊີ-ປາ​ຊີ​ຟິກ ພວກ​ເຮົາ​ຈະ​ຕ້ອງ​ໄດ້​ປຶກສາ​ຫາລື​ກັນ ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ເຮັດ​ແນວໃດ​ໃຫ້​ລັດຖະບານ​ຂອງ​ຕົນ ເພີ່ມ​ທະວີ​ຍົກ​ລະດັບ​ຂີດ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ທຸກໆ​ດ້ານ ເພື່ອ​ເຮັດ​ໃຫ້​ປະເທດ​ຊາດ​ມີ​ການ​ພັດທະນາ​ທີ່​ຍືນ​ຍົງ ແລະ ນຳ​ເອົາ​ຜົນ​ປະໂຫຍດ​ທີ່ແທ້​ຈິງ​ມາສູ່​ປະຊາຊົນ​ຂອງ​ພວກ​ເຮົາ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...