ສະພາບອາກາດໃນວັນທີ 2-8 ມິຖຸນານີ້! ອາກາດຮ້ອນເອົ້າພ້ອມມີຝົນຕົກລົມແຮງ

Weather Forecast
Weather Forecast

ກົມອຸຕຸນິຍົມ ແລະ ອຸທົກກະສາດຄາດຄະເນສະພາບອາກາດໃນໄລຍະວັນທີ 2-3 ມິຖຸນາ 2020 ວ່າ ຄວາມກົດດັນຕໍ່າຂອງອາກາດຮ້ອນຈະມີກຳລັງປານກາງປົກຄຸມທົ່ວທຸກພາກຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ທີ່ມີກຳລັງປານກາງພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້.

ຈາກນັ້ນວັນ 4-8 ມິຖຸນາ 2020 ລົມມໍລະສຸມຕາເວັນຕົກສຽງໃຕ້ຈະເພີ່ມກຳລັງແຮງຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ເຊິ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຂຶ້ນໃນແຕ່ລະພາກ ແລະ ຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ປານກາງ ຫາ ຕົກໜັກ ຕື່ມອີກ ພ້ອມມີລົມພັດແຮງບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

 

ຮຽບຮຽງຂ່າວ: ພຸດສະດີ