spot_img
Homeຂ່າວຕ່າງປະເທດສະພາຄວາມໝັ້ນຄົງ ສປຊ ຈະຈັດປະຊຸມດ່ວນ ຫາລືສະພາບເຄັ່ງຕຶງ ຢູ່ແຫລມໄຄຣເມຍ

ສະພາຄວາມໝັ້ນຄົງ ສປຊ ຈະຈັດປະຊຸມດ່ວນ ຫາລືສະພາບເຄັ່ງຕຶງ ຢູ່ແຫລມໄຄຣເມຍ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ສິງຫານີ້ວ່າ ໃນວັນພະຫັດທີ 11 ສິງຫາຜ່ານມານີ້ ສະພາຄວາມໝັ້ນຄົງ​ ແຫ່ງ ສະຫະ​ປະຊາ​ຊາດ ໄດ້​ປະກາດ​ວ່າ ຈະ​ດຳ​ເນີນ​ການ​ປຶກສາ​ຫາລື ​ກ່ຽວ​ກັບ​ສະພາບ​ການ​ເຄັ່ງ​ຕຶງ ທີ່ເກີດຂຶ້ນຢູ່ແຫລມໄຄຣເມຍ ພາຍຫລັງທີ່ຣັດເຊຍ ໄດ້ກ່າວ​ຫາລັດຖະບານອູແກຣນ ວາງແຜນບຸກໂຈມຕີ​ຢູ່ເຂດດັ່ງກ່າວ.

ທັງນີ້ ການປະຊຸມດ່ວນດັ່ງກ່າວ ຈະມີຂຶ້ນຕາມ​ການສະເໜີຂອງຝ່າຍອູແກຣນ ຊຶ່ງທ່ານ​ປະທານ​າທິບໍດີອູແກຣນ ເປໂຕຣ ໂປໂຣເຊນໂກ ກໍໄດ້ອອກ​ຄຳ​ສັ່ງ​​ ໃຫ້ກະຊວງ​ການ​ຕ່າງປະ​ເທດຕົນ ຈັດ​ຕັ້ງ​ການ​​ເຈລະຈາຫາລື 2 ຝ່າຍ​ ຜ່ານທາງໂທລະສັບ ກັບ​ນາຍົກລັດຖະມົນຕີ​ເຢຍລະ​ມັນ ​ແລ​ະ ທ່ານປະທານາທິບໍດີຝຣັ່ງ ກ່ຽວກັບບັນຫາດັ່ງກ່າວອີກດ້ວຍ.

 

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...