spot_img
Homeມູມໄອທີລາວສະຖິຕິເຜີຍສຸດທ້າຍແລ້ວຜູ້ໃຊ້ໄອໂຟນເລືອກ Apple Maps ຫຼາຍກວ່າ Google Maps

ສະຖິຕິເຜີຍສຸດທ້າຍແລ້ວຜູ້ໃຊ້ໄອໂຟນເລືອກ Apple Maps ຫຼາຍກວ່າ Google Maps

Published on

<ignore_js_op>

ສະຖິຕິເຜີຍສຸດທ້າຍແລ້ວຜູ້ໃຊ້ໄອໂຟນເລືອກ Apple Maps ຫຼາຍກວ່າ Google Maps

Apple Maps ເຄີຍເປັນບາດແຜເລິກສຳລັບແອັບເປີ້ນ ຫຼັງຈາກທີ່ມີການຍົກເລີກແອັບແຜນທີ່ພື້ນຖານຈາກ Google Maps ມາເຮັດ Apple Maps ຂອງຕົວເອງໃນ iOS 6 ກໍມີຂ່າວດ້ານລົບກ່ຽວກັບຄຸນນະພາບຂອງແຜນທີ່ມາໂດຍຕະຫຼອດ

ມາຮອດມື້ນີ້ 1 ປີຜ່ານໄປ ComScore ໄດ້ລາຍງານວ່າຜູ້ໃຊ້ໄອໂຟນສ່ວນໃຫຍ່ເລືອກທີ່ຈະໃຊ້ Apple Maps ທີ່ມີມາໃນເຄື່ອງຫຼາຍກວ່າທີ່ຈະລົງແອັບ Google Maps ເພື່ອມາໃຊ້ແທນ ໂດຍຍອດຜູ້ໃຊ້ໃນເດືອນກັນຍາທີ່ຜ່ານມາ ມີຜູ້ໃຊ້ Apple Maps ກວ່າ 35 ລ້ານຄົນ ໃນຂະນະທີ່ Google Maps ມີພຽງແຕ່ 6 ລ້ານຄົນເທົ່ານັ້ນ (ໃນຈຳນວນນີ້ມີຜູ້ໃຊ້ 2 ລ້ານຄົນທີ່ໃຊ້ Google Maps ເພາະຍັງຢູ່ກັບ iOS ຕ່ຳກວ່າເວີຊັ່ນ 6)

ເຖິງວ່າເລື່ອງນີ້ຈະບໍ່ໄດ້ຕັດສິນຄຸນນະພາບພາບຂອງໂປຣແກຣມແຜນທີ່ ແຕ່ກໍບອກເຖິງພຶດຕິກຳຂອງຜູ້ໃຊ້ທີ່ເລືອກແອັບທີ່ມາກັບເຄື່ອງ ຫຼາຍກວ່າທີ່ຈະໂຫຼດແອັບອື່ນເຂົ້າມາ ແລະເປັນສັນຍານວ່າແອັບເປີ້ນໄດ້ພັດທະນາ Apple Maps ໃຫ້ດີພໍທີ່ຜູ້ໃຊ້ສາມາດນຳມາໃຊ້ໄດ້ໂດຍບໍ່ຕິດປັນຫາຫຼາຍຄືໃນອະດີດ

ຕອນນີ້ທຸກສາຍຕາກຳລັງຈັບໄປທີ່ Pandora ບໍລິການຟັງເພງອອນລາຍຍອດຮິດ (ໃນອາເມຣິກາ) ທີ່ຈະຖືກ iTunes Radio ກືນກິນໄປຫຼືບໍ່ … ຕ້ອງໄດ້ຖ້າເບິ່ງກັນຕໍ່ໄປ

ທີ່ມາ – 9to5mac, ComScore

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...