spot_img
Homeຂ່າວທ້ອງຖິ່ນສະຖານທູດອາເມຣິກາປະຈຳ ສປປ ລາວ ງົດການອອກວີຊ່າຫຼາຍປະເພດໃຫ້ແກ່ພົນລະເມືອງລາວ

ສະຖານທູດອາເມຣິກາປະຈຳ ສປປ ລາວ ງົດການອອກວີຊ່າຫຼາຍປະເພດໃຫ້ແກ່ພົນລະເມືອງລາວ

Published on

ກົມກົງສຸນ ກະຊວງການຕ່າງປະເທດ ລາຍງານ ເມື່ອວັນທີ 19 ມິຖຸນາ 2020 ວ່າ ຂໍຖືເປັນກຽດແຈ້ງມາພໍ່ແມ່ ພີ່ນ້ອງປະຊາຊົນລາວທຸກທົ່ວໜ້າ ໂດຍອີງຕາມຈົດໝາຍແຈ້ງຈາກສະຖານເອກອັກຄະລັດຖະທູດແຫ່ງສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ສະບັບເລກທີ 20-334/CONS ລົງວັນທີ 6 ເມສາ 2020 ຊາບວ່າ: ເລີ່ມແຕ່ວັນທີ 01 ເມສາ 2020 ເປັນຕົ້ນມາ ສະຖານເອກອັກຄະລັດຖະທູດ ແຫ່ງສະຫະລັດອາເມຣິກາ ທີ່ ນະຄອນຫຼວງວຽງຈັນ ໄດ້ງົດການອອກວິຊາ (Visa) ເຂົ້າ ສະຫະລັດອາເມຣິກາ ໃຫ້ແກ່ພົນລະເມືອງລາວທີ່ມີຈຸດປະສົງເດີນທາງໄປ ສະຫະລັດອາເມຣິກາແບບບໍ່ເປັນທາງການເຊັ່ນ: ທ່ອງທ່ຽວ, ຢ້ຽມຢາມ, ໄປເຂົ້າຮ່ວມຝຶກອົບຮົມ, ໄປສຶກສາຮໍ່າຮຽນ, ໄປອອກແຮງງານ ແລະ ໂຄງການແລກປ່ຽນຕ່າງໆ, ເດີນທາງໄປຫາຄູ່ໝັ້ນ ໄປຫາຜົວ ຫຼື ເມຍ, ເອົາລູກໄປຢູ່ນຳພໍ່ແມ່ທີ່ອາເມຣິກາ ແລະ ອື່ນໆ (ຍົກເວັ້ນບຸກຄົນທີ່ຈະໄປວຽກທາງການໃນຂອບເຄືອຂ່າຍ ຂອງອົງການສະຫະປະຊາຊາດ ຫຼື ໄປປະຕິບັດໜ້າທີ່ຢູ່ສຳນັກງານຜູ້ຕາງໜ້າການທູດ ແຫ່ງ ສປປ ລາວ ປະຈຳ ສະຫະລັດອາເມຣິກາ ເຊິ່ງຍັງຈະໄດ້ຮັບການສືບຕໍ່ພິຈາລະນາ).

ການງົດອອກວີຊາປະເພດທີ່ກ່າວມານັ້ນໃຫ້ແກ່ພົນລະເມືອງລາວຂອງ ສະຖານທູດສະຫະລັດ ອາເມຣິກາ ເປັນການສືບຕໍ່ປະຕິບັດມາດຕະການດ້ານວີຊາຂອງ ລັດຖະບານສະຫະລັດ ອາເມຣິກາ ທີ່ບັງຄັບໃຊ້ຕໍ່ ສປປ ລາວ ເຮົາ ດ້ວຍເຫດຜົນທີ່ວ່າ ລັດຖະບານ ສປປ ລາວ ບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຂອງລັດຖະບານສະຫະລັດ ອາເມຣິກາ ໃນການຮັບເອົາຈຳນວນຄົນທີ່ກະທຳຜິດກົດໝາຍຢູ່ສະຫະລັດ ອາເມຣິກາ ເຊິ່ງອ້າງວ່າເປັນພົນລະເມືອງລາວ ແລະ ຕ້ອງການສົ່ງກັບມາ ສປປ ລາວ.

ດັ່ງນັ້ນ ຈຶ່ງຂໍແຈ້ງມາຍັງພໍ່ແມ່ ພີ່ນ້ອງ ແລະ ປະຊາຊົນລາວທຸກທົ່ວໜ້າຮັບຊາບ ແລະ ໂຈະການຍື່ນຄຳຮ້ອງຂໍສຳພາດຢູ່ສະຖານເອກອັກຄະລັດຖະທູດແຫ່ງສະຫະລັດ ອາເມຣິກາ ທີ່ນະຄອນຫຼວງວຽງຈັນ ຈົນກວ່າຈະໄດ້ຮັບແຈ້ງການສະບັບໃໝ່.

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...