spot_img
Homeຄວາມຮູ້ກ່ຽວກັບ AECສະກຸນເງິນ 10 ປະເທດອາຊຽນ

ສະກຸນເງິນ 10 ປະເທດອາຊຽນ

Published on

ສະກຸນເງິນອາຊຽນ ຂອງເຮົາຍັງບໍ່ໄດ້ມີການກຳນົດເງິນສະກຸນກາງ ເຊິ່ງຈະສາມາດໃຊ້ນຳກັນໄດ້ທັງອາຊຽນ 10 ປະເທດ ໂດຍແຕ່ລະປະເທດຍັງຈະໃຊ້ສະກຸນເງິນຂອງຕົນເອງຕໍ່ໄປ ເຊິ່ງເມື່ອເດີນທາງຂ້າມໄປປະເທດໃດຈະຕ້ອງໃຊ້ບໍລິການແລກປ່ຽນເງິນຕາຂອງປະເທດນັ້ນໆ ເຊິ່ງເງິນແຕ່ລະສະກຸນໃນ 10 ປະເທດມີດັ່ງນີ້

ສະກຸນເງິນຂອງປະເທດບຣູໄນ – ໂດລາບຣູໄນ (ฺBrunei Dollar, BND)
ເງິນໂດລາບຣູໄນມີຄ່າເທົ່າກັບເງິນໂດລາສິງກະໂປ ໂດຍທາງການປະເທດບຣູໄນ ມີການອອກທະນະບັດທີ່ມີມູນຄ່າ 1, 5, 10, 50, 100, 500, 1,000 ແລະ 10,000 ໂດລາ ມີອັດຕາແລກປ່ຽນປະມານว 1.3 BND ຕໍ່ໂດລາສະຫະລັດ ຫຼື ປະມານ 1 BND ຕໍ່ 25 ບາດໄທ

966.1

ສະກຸນເງິນຂອງກຳປູເຈຍ – ຣຽວ (Cambodian Riel, KHR)
ເງິນຣຽວກຳປູເຈ້ຍ ມີການຜະລິດທັງຫຼຽນ ແລະ ທະນະບັດຫຼາຍລະດັບລາຄາອອກມາໃຊ້ງານຄື 50, 100, 200, 500, 1,000, 2,000, 5,000, 10,000, 20,000, 50,000 ແລະ 100,000 ຣຽວ ໂດຍອັດຕາແລກປ່ຽນປະມານ 4,000 ຣຽວຕໍ່ໂດລາສະຫະລັດ ການຄ້າຕາມຊາຍແດນ ຫຼື ໃນເມືອງຫຼວງຂອງກຳປູເຈຍ ເຮົາສາມາດໃຊ້ເງິນບາດໄທ ແລະ ເງິນໂດລາສະຫະລັດໃນການຊື້ສິນຄ້າ ແລະ ບໍລິການໄດ້

cambodia-riel

ສະກຸນເງິນຂອງມາເລເຊຍ– ຣິງກິດ (Ringgit, MYR)
ເງິນຣິງກິດມາເລເຊຍມີອັດຕາແລກປ່ຽນປະມານ 1 ຣິງກິດຕໍ່ 10 ບາດໄທ ຫຼື ປະມານ 3.2 MYR ຕໍ່ 1 ໂດລາສະຫະລັດ ເງິນຣິງກິດມາເລເຊຍຖືກຜະລິດອອກມາໃຊ້ງານຫຼາຍລະດັບລາຄາຄື 1, 5, 10, 20, 50 ແລະ 100 ຣິງກິດ

malaysia-ringgit

ສະກຸນເງິນຂອງມຽນມາ – ຈ໊າດ (Myanmar Kyat, MMK)
ເງິນຈ໊າດຂອງມຽນມາມີອັດຕາແລກປ່ຽນປະມານ 32 ຈ໊າດ ຕໍ່ 1 ບາດໄທ ຫຼື ປະມານ 1,000 ຈ໊າດຕໍ່ໂດລາສະຫະລັດ ໂດຍມີການຜະລິດທະນະບັດອອກມາໃຊ້ງານຫຼາຍລາຄາຄື  1, 5, 20, 50, 100, 200, 500, 1,000, 5,000 ແລະ 10,000 ຈ໊າດ

myanma-kyat

ສະກຸນເງິນຂອງຟິລິບປິນ – ເປໂຊ (Philippine Peso, PHP)
ເງິນເປໂຊຟິລິບປິນມີອັດຕາແລກປ່ຽນປະມານ 1.35 ເປໂຊຕໍ່ໜຶ່ງບາດໄທ ຫຼື ປະມານ 44 ເປໂຊຕໍ່ໂດລາສະຫະລັດ ທະນະບັດເປໂຊທີ່ຜະລິດອອກມາໃຊ້ມີຫຼາຍລະດັບລາຄາຄື 20, 50, 100, 200, 500 ແລະ 1,000 ເປໂຊ

p.1

ສະກຸນເງິນຂອງອິນໂດເນເຊຍ – ຣູເປຍ (Indonesian Rupiah, IDR)
ເງິນຣູເປຍຂອງອິນໂດເນເຊຍມີອັດຕາແລກປ່ຽນປະມານ 11,700 IDR ຕໍ່ໂດລາສະຫະລັດ ຫຼື ປະມານ 370 IDR ຕໍ່ບາດໄທ ລາຄາຂອງທະນະບັດທີ່ຜະລິດອອກມາໃຊ້ງານຄື 1,000, 2,000, 5,000, 10,000, 20,000, 50,000 ແລະ 100,000 ຣູເປຍ

indonesia-rupiah

ສະກຸນເງິນຂອງໄທ – ບາດ (Thai Baht, THB)
ເງິນບາດຂອງໄທມີອັດຕາແລກປ່ຽນປະມານ 35.207 ບາດຕໍ່ 1 ໂດລາສະຫະລັດທະນະບັດ ເງິນບາດໄທຜະລິດອອກມາໃຊ້ງານໃນລະດັບລາຄາຄື 20, 50,100,500ແລະ1,000 ບາດ

thailand-baht

ສະກຸນເງິນຂອງສິງກະໂປ – ໂດລາສິງກະໂປ (Singapore Dollar, SGD)
ເງິນໂດລາສິງກະໂປນັບວ່າເປັນເງິນທີ່ແຂງທີ່ສຸດໃນບັນດາສະກຸນເງິນອາຊຽນທັງໝົດອັດຕາແລກປ່ຽນປະມານ 1.3 SGD ຕໍ່ 1 ໂດລາສະຫະລັດ ຫຼື ປະມານ 1 SGD ຕໍ່ 25 ບາດໄທ ທະນະບັດໂດລາສິງກະໂປທີ່ຜະລິດອອກມາໃຊ້ງານຄື 2, 5 10, 50, 100, 1,000 ແລະ 10,000ໂດລາ

singapore-dollar

ສະກຸນເງິນກີບຂອງລາວ – ກີບ (Laotian Kip, LAK)
ເງິນກີບຂອງລາວມີອັດຕາແລກປ່ຽນປະມານ 230ກີບ ຕໍ່ 1 ບາດໄທ ຫຼື ປະມານ 8,000ກີບ ຕໍ່ 1 ໂດລາສະຫະລັດ ທະນະບັດເງິນກີບທີ່ມີການຜະລິດອອກມາໃຊ້ງານຄື 500, 1,000, 2,000, 5,000, 10,000, 20,000, 50,000 ແລະ 100,000 ກີບlaos-kip

ສະກຸນເງິນຂອງຫວຽດນາມ  – ດົງ (Vietnam Dong, VND)
ສະກຸນເງິນດົງຂອງຫວຽດນາມມີອັດຕາແລກປ່ຽນປະມານ 630 ດົງ ຕໍ່ 1 ບາດໄທ ທະນະບັດເງິນດົງທີ່ຜະລິດອອກມາໃຊ້ງານຄື 1,000,2,000, 5,000, 10,000, 20,000, 50,000, 100,000, 200,000 ແລະ 500,000ດົງ

vietnam-dong

ສະກຸນເງິນແຕ່ລະປະເທດແມ່ນມີຄວາມແຂງແກ່ນຕາມພາວະເສດຖະກິດຂອງປະເທດນັ້ນໆ ສ່ວນອັດຕາການແລກປ່ຽນແມ່ນຈະມີການປ່ຽນແປງໄປຕາມອັດການຕາແລກປ່ຽນສະກຸນເງິນມີຂຶ້ນມີລົງໃນແຕ່ລະມື້ອາດຈະບໍ່ຄືກັນ

 

ທີ່ມາ: ເກຣັດຄວາມຮູ້.ຄອມ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...