spot_img
Homeຂ່າວພາຍ​ໃນສອບເສັງວິຊາ ພາກການທະຫານ ປະຈຳປີ 2022

ສອບເສັງວິຊາ ພາກການທະຫານ ປະຈຳປີ 2022

Published on

ໃນວັນທີ 5 ສິງຫາ 2022 ນີ້.ຫ້ອງເສນາທິການທະຫານແຂວງ ສະຫວັນນະເຂດ ໄດ້ຈັດພິທີສອບເສັງວິຊາ ພາກການທະຫານຢູ່ທີ່ ສະໜາມຍິງປືນ ທະຫານແຂວງ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ພັນວິໄລ ລາດສະຍົນ ຫົວໜ້າຫ້ອງເສນາທິການ ທະຫານແຂວງສະຫັວນນະເຂດ, ເຂົ້າຮ່ວມມີ ສະຫາຍ ພັນໂທ ບົວສອນ ແສງສະຫວ່າງ ຮອງຫົວໜ້າ ກອງບັນຊາການ ປກສ ແຂວງພ້ອມຄະນະ ແລະ ສະຫະພັນກິລາຍິງປືນແຂວງ ພ້ອມ ບັນດາສະຫາຍຄະນະຫ້ອງ, ຈາກອົງການ 5 ຫ້ອງ, ຄະນະຄູ-ອາຈານ, ຕະຫຼອດຮອດແຂກຖືກເຊີນເຂົ້າຮ່ວມ.

ໃນພິທີຍັງໄດ້ຮັບຊົມການສະແດງວິຊາລະບຽບຮູບແຖວ ຂອງກອງທັບຂັ້ນກອງພັນ, ຂັ້ນໝູ່ ແລະ ສອບເສັງຍິງລູກປືນແທ້ທ່າສະໝານ 3 ຂັ້ນ, ໂດຍໄດ້ແບ່ງເປັນໝູ່ແລະແຂ່ງຂັນກິລາຍິງປືນອາຊຽນປະເພດປືນຍາວໄລຍະ 100 ແມັດ.

ໃນໂອກາດນີ້ ຄະນະສະຫະພັນກິລາຍິງປືນແຂວງຍັງໄດ້ມອບເງິນອຸປະຖຳຈຳນວນ 500.000ກີບ ພ້ອມນໍ້າດື່ມ 3 ແກັດ, ເຊິ່ງໃນນັ້ນການແຂ່ງຂັນແມ່ນໄດ້ດຳເນີນໄປເປັນເວລາເຄິ່ງວັນຈິ່ງສຳເລັດ ສ່ວນຜົນຂອງການແຂ່ງຂັນໄດ້ສະແດງອອກຄື: ລະບຽບຮູບແຖວບັນລຸໄດ້85%, ວິຊາສີລະປະຍຸດບັນລຸໄດ້ 85%, ພາກຍຸດທະວິທີບັນລຸໄດ້ 80%. ປະເພດກິລາຍິງປືນອາຊຽນ ປະເພດເກັ່ງມີ 01ທີມ,ກາງມີ 9 ທີມ ແລະນອກນັ້ນແມ່ນໄດ້ຕາມລະດັບຄາດໝາຍ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...