spot_img
Homeຂ່າວຕ່າງປະເທດສອງອ້າຍນ້ອງອິນເດຍເສຍຊີວິດ ຍ້ອນຖືກໝາລຸມກັດ

ສອງອ້າຍນ້ອງອິນເດຍເສຍຊີວິດ ຍ້ອນຖືກໝາລຸມກັດ

Published on

ເຫດການສະເທືອນຂວັນເກີດຂຶ້ນໃນປະເທດອິນເດຍ, ຫຼັງ​ຈາກ​​ມີ​ຄອບ​ຄົວ​ຢູ່​ໃນ​ຊຸມຊຸມຊົນ ໃນກຸງນິວ ເດລີ ​ໄດ້​ສູນ​ເສຍ​ລູກ​ຊາຍ​ຂອງ​ຕົນນ້ອນຖືກໝາລຸມກັດ ໂຊກຮ້າຍຊ້ຳ ຫຼັງຈາກຜ່ານໄປບໍ່ພໍເທົ່າໃດມື້, ລູກຊາຍອີກຄົນໄດ້ເສຍ​ຊີ​ວິດ​ຈາກ​ບາດ​ແຜ ທີ່ຖືກໝາລຸມກັດ​ອີກ.

ລາຍງານລະບຸວ່າ ຄອບຄົວຂອງທ້າວ ອານັນ ອາຍຸ 7 ປີ ໄດ້ແຈ້ງຄວາມວ່າ: ລູກຊາຍຫາຍຕົວໄປຈາກເຮືອນໃນຕອນບ່າຍວັນສຸກ ທີ 10 ມີນາ 2023 ທີ່ຜ່ານມາ ​ແລະ​ ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງຕໍ່ມາກໍໄດ້ ພົບສົບຂອງ ທ້າວອານັນ ຢູ່​ໃນ​ສະພາບ​ທີ່​ມີ​ບາດ​ແຜ​ເຕັມ​ ເຄື່ອງນຸ່ງຫົ່ມເປື້ອນເລືອດ ມີຮອຍໝາກັດຢູ່ດ້ານຫຼັງ, ສະໂພກ, ຕີນ, ຄໍ ແລະ ຫົວ.

ຈາກການກວດສອບພົບວ່າ ເດັກຊາຍເສຍຊີວິດຍ້ອນຖືກໝາກັດ ​ແລະ ໄດ້ມີການສັນນິຖານວ່າມີ​ໝາທີ່ບໍ່ມີເຈົ້າຂອງ ເຊິ່ງມີຈຳນວນ​ຫຼາຍໂຕ.

ໃນເວລາຕໍ່ມາ, ວັນອາທິດທີ 12 ມີນາ 2023 ຄອບຄົວໄດ້ຮັບຂ່າວຮ້າຍອີກຄັ້ງ ທ້າວ ອາທິດຍາ ອາຍຸ 5 ປີ, ນ້ອງຊາຍຂອງ ທ້າວ ອານັນ ​ຖືກ​ໝາ​ລຸມກັດ​ໃນ​ຂະ​ນະ​ທີ່​ຍ່າງ​ອອກ​ໄປ​ຍ່ຽວ​ຢູ່​ຫຍ້າ​ໃກ້​ເຮືອນ ໂດຍຍ່າງໄປກັບລູກອ້າຍລູກນ້ອງ ອີກຄົນໜຶ່ງ ​ແຕ່​ໄດ້​ພົບ​ເຫັນ​ຝູງໝາເຂົ້າມາລຸມກັດ ເຮັດບາດເຈັບສາຫັດ ແລະ​ ຍັງ​ບໍ່​ທັນ​ໄດ້​ສົ່ງ​ໄປ​ໂຮງ​ຫມໍ​ ທ້າວ ອາທິດຍາ ບໍ່ສາມາດອົດທົນກັບບາດແຜໄດ້ແລະ ເສຍຊີວິດໃນເວລາຕໍ່ມາ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...