spot_img
Homeຂ່າວຕ່າງປະເທດສອງນັກບິນອາວະກາດລອດວຸດວິດ! ຫຼັງຍານໂຊຍຸສ MS10 ຣັດເຊຍຂັດຂ້ອງຕ້ອງກັບຄືນສູ່ໂລກດ່ວນ

ສອງນັກບິນອາວະກາດລອດວຸດວິດ! ຫຼັງຍານໂຊຍຸສ MS10 ຣັດເຊຍຂັດຂ້ອງຕ້ອງກັບຄືນສູ່ໂລກດ່ວນ

Published on

ເມື່ອວັນທີ 11 ຕຸລາ 2018 ອົງການບໍລິຫານອາວະກາດ ແລະ ການບິນ ຫຼື NASA ເປີດເຜີຍເຫດການລະທຶກລະຫວ່າງທີ່ຍານອາວະກາດ ໂຊຢຸສ MS10 ທີ່ກຳລັງອອກເດີນທາງຈາກສູນປ່ອຍຍານອາວະກາດໄບໂຄນູຣຄອສໂມໂດຣມ ໄປທີ່ສະຖານີອາວະກາດນານາຊາດ ປະເທດຄາຊັດສະຖານ ເມື່ອເວລາ 4:40 ນາທີ ຕາມເວລາທ້ອງຖິ່ນ ໂດຍມີ 2 ນັກບິນອາກາດ “ນິດ ເຮກ” ນັກບິນອາວະກາດຈາກນາຊ່າ ແລະ Aleksey Ovchinin ນັກບິນອາວະກາດສັນຊາດຣັດເຊຍ.

ແຕ່ໃນລະຫວ່າງທີ່ຍານອາວະກາດໂຊຍຸສ MS10 ເດີນທາງອອກໄປບໍ່ດົນກໍ່ໄດ້ເກີດບັນຫາຂັດຂ້ອງຂຶ້ນ ເຮັດໃຫ້ຕ້ອງນຳຍານດັ່ງກ່າວ ພ້ອມນັກບິນ 2 ຄົນກັບຄືນສູ່ໂລກ ໂດຍມີລາຍງານເບື້ອງຕົ້ນວ່າ ນັກບິນທັງສອງປອດໄພດີ ແລະ ຍັງສາມາດຕິດຕໍ່ໄປທີ່ຍານໂຊຍຸສໄດ້ ໂດຍທີມງານຄົ້ນຫາ ແລະ ກູ້ໄພກຳລັງເດີນທາງໄປຫາຕຳແໜ່ງທີ່ຍານລຳດັ່ງກ່າວຈອດຢູ່ ຫາກມີຄວາມຄືບໜ້າຈະລາຍງານໃຫ້ຊາບຕໍ່ໄປ.

 

 

 

 

 

ຮຽບຮຽງບົດ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ: news.mthai.com
ຮູບປະກອບ: sanook.com
ວິດີໂອປະກອບຂ່າວ: NASA

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...