spot_img
Homeຂ່າວພາຍ​ໃນສສຊ ພົບປະ LFA ເລັ່ງປັບປຸງນິຕິກຳກຽມເຊື່ອມໂຍງດ້ານເສດຖະກິດ

ສສຊ ພົບປະ LFA ເລັ່ງປັບປຸງນິຕິກຳກຽມເຊື່ອມໂຍງດ້ານເສດຖະກິດ

Published on

ສສຊ ພົບປະ LFA ເລັ່ງປັບປຸງນິຕິກຳກຽມເຊື່ອມໂຍງດ້ານເສດຖະກິດ

 

ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ I ນຳໂດຍທ່ານນາງ ບົວຄຳ ທິບພະວົງ ຮອງກຳມາທິການເສດຖະກິດແຜນການ-ການ
ເງິນ ສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ I ນະຄອນຫຼວງວຽງຈັນ ລົງພົບປະສະມາຄົມເຟີນີເຈີ
ລາວ (LFA) ໃນວັນທີ 19 ກຸມມພາ 2013 ທີ່ສະມາຄົມເຟີນີເຈີລາວ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໂດຍມີຄະ
ນະບໍລິຫານງານສະມາຄົມເຟີນີເຈີລາວ ພ້ອມບັນດາພາກສ່ວນທີ່ກ່ຽວຂ້ອງ.
ທ່ານນາງ ບົວຄຳ ທິບພະວົງ ກ່າວວ່າ: ຈຸດປະສົງຂອງການລົງມາຄັ້ງນີ້ ແມ່ນປະຕິບັດຕາມກົດໝາຍຂອງສະພາແຫ່ງຊາດ ວ່າດ້ວຍ
ການຕິດຕາມກວດກາ ອີງຕາມພາລະບົດບາດເສດຖະກິດແຜນການ ແລະ ການເງິນ ຕາມທິດຊີ້ນຳຂອງປະທານສະພາແຫ່ງຊາດ
ໃນການນຳເອົາສະພາບຄວາມເປັນຈິງ ເພື່ອປະກອບສ່ວນເຂົ້າໃນການປັບປຸງກົດໝາຍວິສາຫະກິດ ແລະ ກົດໝາຍອຸດສາຫະກຳປຸງ
ແຕ່ງ ທີ່ກ່ຽວພັນກັບການເຄື່ອນໄຫວບັນດາວິສາຫະກິດ ເພື່ອລາຍງານຕໍ່ຂັ້ນສະພາແຫ່ງຊາດ ເພື່ອກະກຽມນຳສະເໜີໃນກອງປະຊຸມ
ສະໄໝສາມັນຂອງສະພາແຫ່ງຊາດ.
ທ່ານ ຄຳໄພ ສົມຊະນະ ປະທານສະມາຄົມເຟີນີເຈີລາວ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການດຳເນີນທຸລະກິດຂອງສະມາຄົມ ເຫັນ
ໄດ້ວ່າ: ການດຳເນີນທຸລະກິດແມ່ນມີຄວາມຫຍຸ້ງຍາກໃນໄລຍະຜ່ານມາ ແມ່ນບັນຫາດ້ານວັດຖຸດິບ ແຕ່ລັດຖະບານໄດ້ອະນຸຍາດໂກ
ຕາໄມ້ 30% ຂອງໂກຕາລັດຖະບານ ປະຈຳປີ 2013 ດັ່ງນັ້ນ ທາງສະມາຄົມຈຶ່ງຈະໄດ້ລົງໄປບັນດາແຂວງ ເພື່ອຊອກຫາວັດຖຸດິບ
ຕາມລັດຖະບານໄດ້ແຈ້ງອອກໄປ ຈຶ່ງສະເໜີຕໍ່ສະມາຊິກສະພາແຫ່ງຊາດເພື່ອນຳສະເໜີຕໍ່ຂັ້ນເທິງ ກໍຄືບັນດາອົງການປົກຄອງທ້ອງ
ຖິ່ນ ເພື່ອເຮັດໃຫ້ພວກເຮົາສຳເລັດໜ້າທີ່ ພ້ອມນັ້ນກໍຕ້ອງໄດ້ເອົາໃຈໃສ່ຕໍ່ບັນດາຫົວໜ່ວຍທຸລະກິດໃນທ້ອງຖິ່ນຕ່າງໆ ເນື່ອງຈາກວ່າ
ໃນໄລຍະຜ່ານມາ ທ້ອງຖິ່ນຍັງບໍ່ທັນອຳນວຍຄວາມສະດວກທຸລະກິດໄມ້ ທີ່ລັດຖະບານສັ່ງຫ້າມຍັງສືບຕໍ່ມີໃນທ້ອງຖິ່ນ ເປັນເຫດໃຫ້
ວັດຖຸດິບໃນ ສປປ ລາວ ບົກແຫ້ງລົງ ການຈັດຕັ້ງມະຕິຄຳສັ່ງ ແລະ ລະບຽບການຕ່າງໆທີ່ລັດຖະບານວາງອອກໄປນັ້ນ ຍັງບໍ່ເຂັ້ມ
ງວດ ການລັກລອບວັດຖຸດິບຍັງເປັນຂະບວນຢູ່ຢາກໃຫ້ທາງຄະນະຜູ້ແທນ ແລະ ພາກສ່ວນກ່ຽວຂ້ອງໃນບັນດາໂຮງຈັກໂຮງງານໃຫ້
ຄົນລາວອອກໜ້າ ເພື່ອສ້າງຜົນປະໂຫຍດໃຫ້ແກ່ເຂົາເຈົ້າ ຕໍ່ກັບບັນຫາດັ່ງກ່າວ ຢາກໃຫ້ຂັ້ນເທິງຕິດຕາມກວດກາຢ່າງຄັກແນ່ ດັ່ງ
ນັ້ນ ທາງສະມາຄົມພວກເຮົາຈຶ່ງຮຽກຮ້ອງເຖິງບັນດາພາກສ່ວນກ່ຽວຂ້ອງຂອງລັດ ຕ້ອງເອົາໃຈໃສ່ຊຸກຍູ້ ແລະ ເຫັນຄວາມສຳຄັນຕໍ່
ນັກທຸລະກິດ ເພື່ອດຳເນີນການເຄື່ອນໄຫວທຸລະກິດໃຫ້ສອດຄ່ອງ ກຽມພ້ອມເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ກໍຄື
ການສ້າງວຽກເຮັດງານທຳ ສ້າງລາຍຮັບປະກອບສ່ວນເຂົ້າໃນການລຶບລ້າງຄວາມທຸກຍາກໃຫ້ກັບປະຊາຊົນໃນທ້ອງຖິ່ນຕ່າງໆ.
ສຳລັບການປັບປຸງກົດໝາຍສະບັບດັ່ງກ່າວ ແມ່ນແນໃສ່ສ້າງຄວາມເອື້ອອຳນວຍໃຫ້ກັບບັນດາວິສາຫະກິດໃນການດຳເນີນທຸລະກິດ
ຄຽງຄູ່ກັນນັ້ນ ເພື່ອສ້າງໃຫ້ເປັນນິຕິກຳ ສາມາດສອດຄ່ອງກັບການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...