spot_img
Homeຂ່າວທ້ອງຖິ່ນສວນວັດທະນະທຳຊຽງຄວນ ຈັດກິດຈະກຳສົ່ງເສີມວັນເດັກ

ສວນວັດທະນະທຳຊຽງຄວນ ຈັດກິດຈະກຳສົ່ງເສີມວັນເດັກ

Published on

ເມື່ອວັນທີ 31 ພຶດສະພາຜ່ານມາ ທີ່ສວນວັດທະນະທຳຊຽງຄວນໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນປະຈຳປີ 2019 ຢ່າງຄຶກຄື້ນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວົງເດືອນ ບຸນຍະແສງ ເລຂາພັກເມືອງ ເຈົ້າເມືອງໆຫາດຊາຍຟອງ ພ້ອມຄະນະ ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ປະທານສວນວັດທະນະທຳຊຽງຄວັນ ມີອຳນາດການປົກຄອງ ມີແຂກຖືກເຊີນ ແລະ ບັນດາຄູ-ອານ ພ້ອມດ້ວຍນ້ອງໆນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ.

ໂອກາດດັ່ງກ່າວ ທ່ານເຈົ້າເມືອງໄດ້ຂຶ້ນກ່າວຈຸດປະສົງຂອງການຈັດງານໃນຄັ້ງນີ້ຊຶ່ງທ່ານໄດ້ກ່າວວ່າ ເພື່ອເປັນການເຜີຍແຜ່ປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນ (1 ມິຖຸນາ) ທັງເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ເພື່ອສ້າງກິດຈະກຳໃຫ້ ເດັກມີຄວາມກ້າສະແດງອອກ ທັງເປັນການປູກຈິດສຳນຶກຂອງເດັກໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນ ແລະ ເຂົ້າໃຈເຖິງຄຳວ່າ 3 ລັກສະນະຊຶ່ງປະກອບມີ ລັກສະນະຊາດ ລັກສະນະວິທະຍາສາດ ແລະ ລັກສະນະມະຫາຊົນ ພ້ອມທັງ 5 ຫຼັກມູນການສຶກສາຄື ປັນຍາສຶກສາ ຄຸນສົມບັດສຶກສາ ສິລະປະສຶກສາ ແຮງງານສຶກສາ ແລະ ພາລະສຶກສາ.

ສຳລັບກິດຈະກຳໃນຄັ້ງນີ້ປະກອບມີຫຼາກຫຼາຍກິດຈະກຳ ບໍ່ວ່າຈະເປັນການແຂ່ງກີລາ ຮ້ອງເພງ ຟ້ອນສິລະປະ ເດີນແບບ ແລະ ຖາມ-ຕອບວິທະຍາສາດ ຈາກບັນດານ້ອງໆນັກຮຽນທີ່ເຂົ້າຮ່ວມທັງໝົດ 8 ໂຮງຮຽນ.

 

ຂ່າວ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...