spot_img
Homeຂ່າວພາຍ​ໃນສປປ ລາວ ຕັ້ງເປົ້າ ຍາດເອົາ 5 ຫຼຽນຄໍາ ໃນຊີເກມຄັ້ງ 32

ສປປ ລາວ ຕັ້ງເປົ້າ ຍາດເອົາ 5 ຫຼຽນຄໍາ ໃນຊີເກມຄັ້ງ 32

Published on

ສປປ ລາວ ຕັ້ງເປົ້າ ຍາດເອົາ 5 ຫຼຽນຄໍາ ໃຫ້ໄດ້ ຈາກງານມະຫະກໍາ ກິລາ ຊີເກມ (SEA Games) ທີ່ຈະຈັດຂຶ້ນ ໃນເດືອນພຶດສະພາ 2023 ນີ້ ທີ່ປະເທດ ກໍາປູເຈຍ.

ໃນງານຖະແຫຼງຂ່າວ ກະກຽມຄວາມພ້ອມ ຊີເກມ 2023 ທີ່ຈັດຂຶ້ນ ຢູ່ນະຄອນຫຼວງວຽງຈັນ ເມື່ອບໍ່ດົນຜ່ານມານີ້ ຮອງນາຍົກລັດຖະມົນຕີ ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວວ່າ ໃນຈໍານວນ 32 ກິລາ ຈາກທັງໝົດ 46 ປະເພດກິລາ ທີ່ລາວ ຈະເຂົ້າຮ່ວມແຂ່ງຂັນ, ລາວຕັ້ງເປົ້າ ຍາດໃຫ້ໄດ້ 5 ຫຼຽນຄໍາ.

ໃນກິລາຊີເກມ 2022 ຢູ່ຫວຽດນາມ ລາວ ສາມາດຍາດໄດ້ 2 ຫຼຽນຄໍາ 7 ເງິນ 32 ທອງ ຢູ່ອັນດັບທີ່ 9 ຈາກທັງໝົດ 11 ປະເທດ ທີ່ເຂົ້າຮ່ວມ.

ທີ່ມາ: Lao Youth Radio FM 90.0 Mhz

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...