spot_img
Homeຂ່າວການພັດທະນາສປປ ລາວ ແລະ ສ.ຟີລິບປິນ ຈັດພິທີພົບປະຫາລືກ່ຽວກັບການພົວພັນ ແລະ ການຮ່ວມມືສອງຝ່າຍ

ສປປ ລາວ ແລະ ສ.ຟີລິບປິນ ຈັດພິທີພົບປະຫາລືກ່ຽວກັບການພົວພັນ ແລະ ການຮ່ວມມືສອງຝ່າຍ

Published on

ໃນຕອນເຊົ້າວັນວັນທີ 19 ເມສາ 2016 ທີ່ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມພົບປະຫາລືສອງຝ່າຍລະຫວ່າງ ລາວ-ຟິລິບປິນ ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ.ລາວ ມີທ່ານ ໂຮເຊ ເຮັນເນ ອາລເມັນດຣາສ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ຟິລິບປິນ ມີບັນດາຄະນະຜູ້ແທນຂອງສອງປະເທດ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນວາລະດໍາເນີນກອງປະຊຸມເທື່ອນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນ ແລະ ຮ່ວມມືອັນດີງາມ ລະຫວ່າງສອງປະເທດໃນໄລຍະຜ່ານມາ ໂດຍສະເພາະແມ່ນການແລກປ່ຽນການຢ້ຽມຢາມລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ ຮວມທັງບັນດາຂະແໜງການຕ່າງໆໃນທຸກລະດັບເປັນຕົ້ນ ການຊ່ອຍເຫຼືອເຊິ່ງກັນແລະກັນໃນເວທີພາກພື້ນ-ສາກົນ ນອກນີ້ ທັງສອງຝ່າຍຍັງໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບພາຍໃນປະເທດຂອງຕົນທີ່ພົ້ນເດັ່ນເຊັ່ນ ດ້ານການເມືອງ ການພັດທະນາເສດຖະກິດ-ສັງຄົມ ການເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນ ພ້ອມທັງຍັງໄດ້ປຶກສາຫາລືກ່ຽວກັບຜົນສໍາເລັດກອງປະຊຸມວົງແຄບລັດຖະມົນຕີຕ່າງປະເທດອາຊຽນ ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ຂອງ ສປປ.ລາວ ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ອາເມຣິກາ ທີ່ຄາລິຟໍເນຍ ປະເທດສະຫະລັດອາເມຣິກາ ທີ່ຈັດຂຶ້ນໃນເດືອນກຸມພາ 2016 ຜ່ານມາ ເຊິ່ງໃນປີ 2016 ນີ້ ສປປ.ລາວ ໄດ້ຮັບກຽດເປັນປະທານອາຊຽນ ທັງສອງຝ່າຍເຫັນວ່າມີຄວາມຈໍາເປັນຢ່າງຍິ່ງທີ່ຈະປະສົມປະສານ ແລະ ຮ່ວມມືຊ່ອຍເຫຼືອເຊິ່ງກັນແລະກັນ ເພື່ອໃຫ້ບັນລຸຕາມເປົ້າໝາຍຂອງສາມເສົາຄໍ້າຂອງປະຊາຄົມອາຊຽນ ສິ່ງສໍາຄັນແມ່ນການຮ່ວມມືໃນການຈັດຕັ້ງປະຕິບັດປະຊາຄົມເສດຖະກິດອາຊຽນໃຫ້ເກີດຜົນເປັນຮູບປະທໍາເທື່ອລະກ້າວ ແລະ ຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນຮ່ວມກັນກ່ຽວກັບບັນຫາພາກພື້ນ-ສາກົນ ທີ່ມີຄວາມສົນໃຈ ແນໃສ່ຊອກຫາຊ່ອງທາງໃນການສົ່ງເສີມການຄ້າ ການລົງທຶນ ການສຶກສາ ກໍຄື ການພົວພັນຮ່ວມມືທາງດ້ານບໍລິການ-ການບິນ ການສົ່ງເສີມຊຸກຍູ້ການຮ່ວມມື ແລະ ການລົງທຶນໃນຂົງເຂດເສດຖະກິດຂະໜາດນ້ອຍ ແລະ ກາງ ການຍົກເວັ້ນພາສີຊໍ້າຊ້ອນ ແລະ ບັນຫາອື່ນໆອີກຈໍານວນນຶ່ງ.

 

ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...