spot_img
Homeຂ່າວການພັດທະນາສປປ ລາວ ຫາລືກຽມສ້າງຕັ້ງ ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

ສປປ ລາວ ຫາລືກຽມສ້າງຕັ້ງ ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

Published on

ກະຊວງສາທາລະນະສຸກ, ຮ່ວມກັບອົງການອະນາໄມໂລກ ແລະ ອົງການ GIZ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການກະກຽມສ້າງຕັ້ງ ສະພາຄຸ້ມຄອງວິຊາຊີບປິ່ນປົວ ແລະ ກຳມະການປິ່ນປົວ, ວິຊາການແພດ, ທັນຕະແພດ ແລະ ພະຍາບານຜະດຸງຄັນ ຂອງ ສປປ ລາວ ຂຶ້ນ ໃນວັນທີ 2 ພະຈິກນີ້, ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນກອງ ສີຫາວົງ ລັດຖະ ມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ຈູລຽດ ໄຟລໂຊຄ໌ ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ, ທ່ານ Ernst Hustadt ຜູ້ຕາງໜ້າອົງການ GIZ  ປະຈຳລາວ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ, ເຂົ້າຮ່ວມເປັນຈຳນວນຫຼາຍ.

ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວໃນທີ່ປະຊຸມວ່າ: ກອງປະຊຸມຄັ້ງນີ້ ມີຄຄວາມສຳຄັນຫຼາຍ ເພື່ອຈະຊ່ວຍໃຫ້ວຽກງານສາທາລະນະສຸກ ກ້າວໄປສູ່ຄຸນພະພາບ ແລະ ເປັນລະບົບ, ໂດຍການຈັດຕັ້ງປະຕິບັດລະບຽບກົດໝາຍ ແລະ ການຊີ້ທາງໃຫ້ພະນັກງານແພດໝໍ ຂອງຂະແໜງສາທາລະນະສຸກ ໃຫ້ມີຄຸນນະພາບຫຼາຍຂຶ້ນ, ເຊັ່ນດຽວກັບຂົງເຂດພາກພື້ນ ແລະ ສາກົນທີ່ຕ້ອງການໃຫ້ມີການຄຸ້ມຄອງ ທາງດ້ານການບໍລິການສຸຂະພາບ, ຊຶ່ງຖືເປັນພັນທະໜຶ່ງ ທີ່ປະເທດເຮົາຈະຕ້ອງໄດ້ຈັດຕັ້ງປະຕິບັດ, ໂດຍສະເພາະແມ່ນ, ການຄຸ້ມຄອງວິຊາຊີບ, ວິຊາສະເພາະການແພດ, ທັນຕະແພດ ແລະ ພະຍາບານຜະດຸງຄັນ.

ທ່ນ ລັດຖະມົນຕີກ່າວວ່າ: ສຳລັບການຄຸ້ມຄອງການປະຕິບັດວຽກງານຂອງແພດໝໍ ໃນໄລຍະຜ່ານມາເຖິງວ່າຈະມີກົດໝາຍການປິ່ນປົວ, ກົດໝາຍອາຫານ ແລະ ຢາ, ກົດໝາຍອະນາໄມກັນພະຍາດ ແຕ່ວ່າການຈັດຕັ້ງປຕິບັດວຽກງານຕົວຈິງ ຍັງບໍ່ທັນດີເທົ່າທີ່ຄວນ, ດັ່ງນັ້ນ ຖ້າຫາກວ່າພວກເຮົາມີສະພາຄຸ້ມຄອງວິຊາຊີບເກີດຂຶ້ນ, ຈະເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງຂະແໜງສາທາລະນະສຸກເປັນລະບົບດີ ແລະ ກວ້າງຂວາງ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...