spot_img
Homeມຸມຂ່າວ AECສປປ ລາວ-ສປຊ ປະກາດຮັບຮອງ ເອົາເປົ້າໝາຍ ການພັດທະນາ ແບບຍືນຍົງທີ 18 ຢ່າງເປັນທາງການ

ສປປ ລາວ-ສປຊ ປະກາດຮັບຮອງ ເອົາເປົ້າໝາຍ ການພັດທະນາ ແບບຍືນຍົງທີ 18 ຢ່າງເປັນທາງການ

Published on

ຂປລ. ທ່ານ ທອງລຸນສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປ ລາວ ແລະ ທ່ານ ບັນກີມູນ ເລຂາທິການ​ໃຫຍ່ ​​ອົງການສະຫະປະຊາຊາດ, ໄດ້ປະກາດຢ່າງເປັນທາງການ ຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງທີ 18 ທີ່ກ່ຽວກັບການເກັບກູ້ລະເບີດ ບໍ່ທັນແຕກ ໃນວັນທີ 7 ກັຍາ 2016 ເຊິ່ງເປັນໜຶ່ງໃນເຫດການທີ່ສຳຄັນ ແລະ ປິ່ນອ້ອມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 28 ແລະ 29.

ເປົ້າໝາຍພັດທະນາແບບຍືນຍົງທີ 18 ແມ່ນເປົ້າໝາຍໃໝ່ທີ່ເພີ່ມເຂົ້າໃນຈຳນວນ ເປົ້າໝາຍພັດທະນາແບບຍືນຍົງທັງໝົດ 17 ເປົ້າໝາຍ ທີ່ໄດ້ຖືກຮັບຮອງ ໃນລະດັບສາກົນ. ເປົ້າໝາຍ​​ດັ່ງກ່າວ​​ ມີຄວາມສຳຄັນ ໃນ​​ການພັດທະນາແບບຍືນຍົງ ທີ່ໄດ້​​ປະກາດນຳໃຊ້ ໃນຕົ້ປີນີ້. ​ປ ລາວ ຮ່ວມກັບບັນດາ ປະເທດສະມາຊິກຊ ຈຳນວນ 192 ປະເທດ​​ ໄດ້ຮັບຮອງເອົາ ເປົ້າໝາຍພັດທະນາ ແບບຍືນຍົງ ທີ່ກອງປະຊຸມ ສະມັດຊາໃຫຍ່ສະຫະປະຊາຊາດ ທີ່ນິວຢອກ ໃນເດືອກັນຍາປີ 2015 ທີ່ຜ່ານມາ ແລະ ໄດ້ເຊື່ອມ​​ສານ ວຽກງານດັ່ງກ່າວ ເຂົ້າໃນແຜນການແລະ ນະໂຍບາຍແຫ່ງຊາດ. ບັນດາເປົ້າໝາຍເຫລົ່ານີ້ ມີຈຸດປະສົງເພື່ອ ລຶບລ້າງຄວາມທຸກຍາກ, ຕໍ່ສູ້ກັບຄວາມບໍ່ຍຸຕິທຳ, ຄວາມບໍ່ສະເໝີພາບ ແລະ ການປ່ຽນແປງ ຂອງດິນຟ້າອາກາດ ພາຍໃນປີ 2030, ສະນັ້ນ ສິ່ງດັ່ງກ່າວນີ້​​ ຈະນຳພາ​​ທົ່ວໂລກໄປຕາມທິດທາງ ການພັດທະນາ ແບບຍືນຍົງ​.

ປ ລາວ ໄດ້ຕັດສິນໃຈແກ້ໄຂ ຜົນທົບຈາກສົງຄາມ ໃນໄລຍະປີ 1964-1973 ໂດຍການສ້າງເປົ້າໝາຍພັດທະນາແບບຍືຍົງ ສະເພາະຂອງ ສປປ ລາວ ໃນວຽກງານການເກັບກູ້ລະເບີດ ບໍ່ທັນແຕກ ແມ່ນເພື່ອຫລຸດຜ່ອນຈຳນວນຜູ້​​ບາດເຈັບຈາກລະເບີດບໍ່ທັນແຕກ​, ​ຊ່ວຍເຫລືອ​​ຜູ້ຖືກເຄາະຮ້າຍ ແລະ ເກັບກູ້ລະເບີດ ໃນເນື້ອທີ່ທີ່​​ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທຸກຍາກ. ປ ລາວຍັງເປັນປະເທດ ທີ່ນຳໜ້າໃນການສະໜັບສະໜູນ ສົນທິສັຍາການຕໍ່ຕ້ານການນຳໃຊ້ລະເບີດ​​ລູກຫວ່ານ ເຊິ່ງເປັນສົນທິສັນ​​​າສາກົນ ທີ່ມີຜົນບັງຄັບໃຊ້ ໃນປີ 2010 ເຊິ່ງລັດພາຄີ ຂອງສົນທິສັນຍາດັ່ງກ່າວ ຈະຕ້ອງເກັບກູ້, ທຳລາຍຄັງສາງ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຈາກລະເບີດດັ່ງກ່າວ.

ທ່ານ ບັນກີມູນ ກ່າວວ່: ຫລາຍກວ່າເຄິ່ງໜຶ່ງຂອງຜູ້​​ທີ່ຖືກເຄາະຮ້າຍ ຈາກເບີດບໍ່ທັນແຕກ ໃນສປລາວ ສ່ວນຫລາຍແມ່ນເດັກນ້ອຍ.ພາຍຫລັງ ການປະກາດຮັບຮອງ ແລະ ນຳໃຊ້ເປົ້າໝາຍການພັດທະນາແບບຍືນຍົງທີ 18 ຫລຸດຜ່ອນຜົນກະທົບ ຈາກລະເບີດບໍ່ທັນແຕກ. ຜົນກະທົບທາງດ້ານເສດຖະກິດສັງຄົມຂອງລະເບີດບໍ່ທັນແຕກແມ່ນປະຊາຊົນ ຍັງມີຄວາຢ້ານກົວ ໃນການນຳຊ້ທີ່ດິນ ເຊິ່ງມັນສົ່ງຜົນສະທ້ອນອັນບໍ່ດີ ໃນການສ້າງລາຍຮັບ ຂອງປະຊາຊົນ ແລະ ກີດຂວາງການພັດທະນາ ໂດຍລວມຂອງປະເທດ.

 ທ່ານ ບັນກີມູນ ໄດ້ມີຄວາມປິຕິຍິນດີ ຕໍ່ຄຳໝັ້ນສັນຍາໃນການ​​ປົດປ່ອຍທຸກຄົນ ອອກຈາກຄວາມຢ້ານກົວ ຈາກລະເບີດບໍ່ທັນແຕກ ເຊິ່ງເປັນເຄື່ອງມືໃນການພັດທະນາແບບຍືນຍົງ ແລະ ຈະເປັນປັດໄຈສຳຄັນ ໃນການປະສານງານ ແລະ ຮັບປະກັນວ່າຈະສົ່ງຜົນປະໂຫຍດສູງສຸດໃຫ້ ສປປ ລາວ.ພ້ອມນັ້ນ ໄດ້​​ໃຫ້ຄຳໝັ້ນສັນຍາຈະບໍ່ປະຖິ້ມບຸກຄົນໃດໜຶ່ງ ໄວ້ຂ້າງຫລັງ, ພ້ອມທັງຮັບຮູ້ການສະໜັບສະໜູນ ຂອງພາກສ່ວນລັດຖະບານ, ຄູ່ຮ່ວມພັດທະາ ແລະ ອົງການຈັດຕັ້ງທາງສັງຄົມ ທີ່ເປັນພາກສ່ວນສຳຄັນ ໃນການປະຕິບັດ ແຜການພັດທະນາແບບຍືນຍົງໃນລາວ.

ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໜັກຕໍ່ການຕັ້ງເປົ້າໝາຍ ການພັດທະນາແບບຍືນຍົງທີ 18 ວ່າ: ເພື່ອຮັບປະກັນ ການເກັບກູ້ລະເບີດບໍ່ທັນແຕກໃຫ້ໄດ້ຫລາຍທີ່ສຸດເທົ່າທີ່ເຮັດໄດ້ໃນເນື້ອທີ່ທີ່ມີຜົນກະທົບແລະ ບ່ອນມີຄົນທຸກຍາກ ຢູ່ຫລາຍທີ່ສຸດ ພາຍໃນປີ 2030 ທັງຮັບປະກັນໃຫ້ຜູ້ທີ່ຖືກເຄາະຮ້າຍທຸກຄົນ ໄດ້ຮັບການ ສະໜັບສະໜູນຊ່ວຍເຫລືແລະ ສາມາດດຳລົງຊີວິດ ຢ່າງມີກຽດ.

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...