spot_img
Homeຂ່າວທ້ອງຖິ່ນສປປ ລາວ ຢູ່ອັນດັບທີ 78 ປະເທດທີ່ມີຄວາມຍາກງ່າຍທາງດ້ານການຄ້າລະຫວ່າງປະເທດ

ສປປ ລາວ ຢູ່ອັນດັບທີ 78 ປະເທດທີ່ມີຄວາມຍາກງ່າຍທາງດ້ານການຄ້າລະຫວ່າງປະເທດ

Published on

ໜັງສືພິມເສດຖະກິດ-ການຄ້າລາຍງານໃຫ້ຮູ້ວ່າ ສປປ ລາວ ຖືກຈັດຢູ່ໃນອັນດັບທີ 78 ໃນຈຳນວນ 190 ປະເທດ ຄວາມຍາກງ່າຍທາງດ້ານການຄ້າລະຫວ່າງປະເທດ, ເຖິງຢ່າງໃດກໍຕາມປີ 2020 ກະຊວງອຸດສາຫະກຳ ແລະ ການຄ້າ ຈະຫຼຸດຜ່ອນເວລາໃນການນຳເຂົ້າ – ສົ່ງອອກສິນຄ້າລົງ 50% ແລະ ຄ່າໃຊ້ຈ່າຍລົງ 30%.

ສູນຂໍ້ມູນ-ຂ່າວສານທາງການຄ້າເຜີຍໃຫ້ຮູ້ວ່າ: ອີງຕາມບົດລາຍງານສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດໃນ ສປປ ລາວ 2020 ( Doing Business 2020 ) ໄດ້ສະແດງໃຫ້ເຫັນວ່າ ສປປ ລາວ ມີຄວາມຍາກງ່າຍທາງດ້ານການຄ້າລະຫວ່າງປະເທດແມ່ນຖືກຈັດຢູ່ໃນອັນດັບທີ 78 ໃນ 190 ປະເທດທົ່ວໂລກ ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຕາມຄໍາສັ່ງຂອງ ທ່ານນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກການປະສານງານໃນການດໍາເນີນທຸລະກິດໃນ ສປປ ລາວ ເລກທີ 02/ນຍ ລົງວັນທີ 01 ກຸມພາ 2018.

ກົມການນຳເຂົ້າ ແລະ ສົ່ງອອກ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ປຶກສາຫາລື ແລະ ເປັນເອກະພາບກັບກົມກ່ຽວຂ້ອງຄື: ກົມພາສີ, ກົມຄຸ້ມຄອງບໍ່ແຮ່, ກົມອຸດສາຫະກໍາ ແລະ ກົມຂົນສົ່ງ ເພື່ອກຳນົດແຜນປັບປຸງຕົວຊີ້ວັດທີ 8 ການຄ້າລະຫວ່າງປະເທດ ແຕ່ນີ້ຮອດປີ 2022.

ການປັບປຸງສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດ ໂດຍສະເພາະຕົວຊີ້ວັດທີ 8 ແມ່ນມີຈຸດປະສົງ ເພື່ອອໍານວຍຄວາມສະດວກທາງດ້ານການຄ້າ ໂດຍສ່ວນໃຫຍ່ແມ່ນຕິດພັນກັບຂັ້ນຂອດ – ຂັ້ນຕອນຂອງເອກະສານ ແລະ ການດຳເນີນການຢູ່ດ່ານພາສີຊາຍແດນ ເຊິ່ງຈະວັດລະດັບຄວາມຍາກງ່າຍຂອງການຄ້າລະຫວ່າງປະເທດທີ່ຕິດພັນກັບສາມຂອບເຂດຄື: ຂອບເຂດທີໜຶ່ງແມ່ນຄວາມຖືກຕ້ອງຂອງເອກະສານ ໝາຍເຖິງການຄຸ້ມຄອງການຂົນສົ່ງ, ການຮັບເອກະສານ, ການກະກຽມ ແລະ ການຍື່ນເອກະສານ ເພື່ອການຂົນສົ່ງ, ການເກັບກູ້, ການກວດກາທີ່ຢູ່ທ່າເຮືອ ຫຼື ເຂດຊາຍແດນ.

ຂອບເຂດທີສອງ ແມ່ນຄວາມສອດຄ່ອງກັບລະບຽບການດ້ານຊາຍແດນ ໝາຍເຖິງການກວດກາພາສີ ແລະ ການກວດກາໂດຍອົງການອື່ນໆ ເພື່ອຄຸ້ມຄອງ ແລະ ການກວດກາການຈັດຕັ້ງປະຕິບັດທີ່ເກີດຂຶ້ນຢູ່ທ່າເຮືອເສດຖະກິດ ຫຼື ຊາຍແດນ, ຂອບເຂດທີ່ສາມແມ່ນການຂົນສົ່ງພາຍໃນປະເທດແມ່ນໝາຍເຖິງການຍົກຍ້າຍ ຫຼື ບໍ່ໄດ້ຍົກຍ້າຍສິນຄ້າທີ່ເກັບໄວ້ຢູ່ສາງ ຫຼື ທ່າເຮືອ/ຊາຍແດນ ແລະ ຄວາມລ່າຊ້າໃນເວລາຂົນສົ່ງທາງບົກ ເນື່ອງຈາກການສັນຈອນທີ່ຕິດຂັດ ແລະ ການກວດກາຕາມເສັ້ນທາງຂອງຕຳຫຼວດຈະລາຈອນ.

ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມກອງເລຂາຄະນະກຳມະການອຳນວຍ ຄວາມສະດວກທາງດ້ານການຄ້າ ໄດ້ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອກຳນົດແຜນການລະອຽດໃນການປັງປຸງນິຕິກຳ ແລະ ກິດຈະກຳບຸລິມະສິດທີ່ຕິດພັນກັບຕົວຊີ້ວັດການຄ້າລະຫວ່າງປະເທດ ໃນບົດສຳຫຼວດຄວາມຍາກງ່າຍຂອງການດຳເນີນທຸລະກິດ ( Ease of Doing Business/EDB ) ຂອງທະນາຄານໂລກ ຄື: ການນຳເຂົ້າຊິ້ນສ່ວນຍານພາຫະນະ ເພື່ອມາປະກອບຢູ່ໂຮງງານ ແລະ ການສົ່ງອອກແຮ່ທາດ, ເປົ້າໝາຍຂອງການຈັດຕັ້ງປະຕິບັດແຜນດັ່ງກ່າວແມ່ນໃຫ້ສາມາດບັນລຸຕາມເປົ້າໝາຍ ພາຍໃນປີ 2020 ກໍຄືຫຼຸດຜ່ອນເວລາໃນການນຳເຂົ້າ – ສົ່ງອອກສິນຄ້າລົງ 50% ແລະ ຄ່າໃຊ້ຈ່າຍລົງ 30%.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...