spot_img
Homeຂ່າວພາຍ​ໃນສປປ ລາວ ຖະແຫລງຮຽກຮ້ອງ ບັນດາຝ່າຍກ່ຽວຂ້ອງ ແກ້ໄຂຂໍ້ຂັດແຍ່ງ ດ້ວຍສັນຕິວິທີ ຢູ່ທະເລຈີນໃຕ້!

ສປປ ລາວ ຖະແຫລງຮຽກຮ້ອງ ບັນດາຝ່າຍກ່ຽວຂ້ອງ ແກ້ໄຂຂໍ້ຂັດແຍ່ງ ດ້ວຍສັນຕິວິທີ ຢູ່ທະເລຈີນໃຕ້!

Published on

ໃນວັນທີ 16 ກໍລະກົດນີ້, ທີ່ນະຄອນຫລວງວຽງຈັນ ທ່ານ ບຸນແນມ ຈວງຫອມ ຮັກສາການໂຄສົກ ກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ອອກມາຖະແຫລງຂ່າວ ຕໍ່ສື່ມວນຊົນວ່າ: ສປປ ລາວ ໄດ້ຕິດຕາມສະພາບການ ຢູ່ທະເລຈີນໃຕ້ຢ່າງໃກ້ຊິດ ເພາະເປັນຂົງເຂດທີ່ມີຄວາມສຳຄັນ ແລະ ລະອຽດອ່ອນ, ດ້ວຍເຫດດັ່ງກ່າວນັ້ນ ສປປ ລາວ ມີຄວາມຍິນດີທີ່ເຫັນວ່າ ການຈັດຕັ້ງປະຕິບັດຖະແຫລງການ ວ່າດ້ວຍການປະພຶດຂອງ ບັນດາຝ່າຍໃນທະເລຈີນໃຕ້ (ດີໂອຊີ), ລວມທັງການປຶກສາຫາລື ກ່ຽວກັບກົດແຫ່ງການປະພຶດ (ຊີໂອຊີ) ມີທ່ວງທ່າທີ່ດີ ແລະ ໄດ້ເນັ້ນເຖິງຄວາມສຳຄັນ ໃນການເສີມຂະຫຍາຍທ່ວງທ່າທີ່ດີນີ້, ເຊິ່ງ ສປປ ລາວ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ສືບຕໍ່ມີຄວາມອົດກັ້ນ ແລະ ປຶກສາຫາລືກັນ ແນໃສ່ແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...