spot_img
Home​ຂ່າວທ່ອງທ່ຽວສປປ ລາວ ຕິດ TOP 20 ປະເທດທີ່ມີພັດທະນາການທ່ອງທ່ຽວໄວທີ່ສຸດໃນໂລກ

ສປປ ລາວ ຕິດ TOP 20 ປະເທດທີ່ມີພັດທະນາການທ່ອງທ່ຽວໄວທີ່ສຸດໃນໂລກ

Published on

ໜັງສືພິມ ນິວຢອກໂພສ (New York Post) ລາຍງານເມື່ອວັນທີ 3 ກຸມພາ 2020 ທີ່ຜ່ານມາວ່າ ອົງການທ່ອງທ່ຽວໂລກ (United National World Tourism Organization, UNWTO) ໄດ້ປະກາດລາຍຊື່ 20 ປະເທດ ທີ່ມີພັດທະນາການທ່ອງທ່ຽວໄວທີ່ສຸດໃນໂລກ ໃນປີ 2019, ໂດຍ ສປປ ລາວ ຕິດຢູ່ໃນອັນດັບທີ 17 ຈາກທັງໝົດ 20 ອັນດັບ.​

ຕາມການລາຍງານທາງສະຖິຕິ ຂອງ UNWTO,​ ໃນປີ 2019 ມີນັກທ່ອງທ່ຽວເດີນທາງໄປຕ່າງປະເທດລວມທັງໝົດ 1.5 ຕື້ ຖ້ຽວ, ໂດຍເພີ່ມ ຂຶ້ນ 4% ເມື່ອທຽບໃສ່ສະຖິຕິການເດີນທາງ ໃນປີ 2018.

ສະຖານທີ່ທ່ອງທ່ຽວບູຮານສະຖານແມ່ນຍັງໄດ້ຮັບຄວາມນິຍົມຢູ່ໃນອັນດັບຕົ້ນໆ, ປະເທດຝຣັ່ງມີນັກທ່ອງທ່ຽວເດີນທາງເຂົ້າມາທ່ຽວຫຼາຍກວ່າ 90 ລ້ານຄົນ ພາຍໃນປີ 2019 ແລະ ແອສປາຍ (Spain) ມີ 83,8 ລ້ານຄົນ, ປະເທດມຽນມາມີນັກທ່ອງທ່ຽວເພີ່ມຂຶ້ນສູງທີ່ສຸດເຖິງ 40,2%. ສຳລັບປະເທດລາວມີນັກທ່ອງທ່ຽວເພີ່ມຂຶ້ນ 11,5%.

ທະວີບອາເມລິກາແມ່ນພາກພື້ນທີ່ມີການເຕີບໂຕໜ້ອຍທີ່ສຸດພຽງແຕ່ 2% ແລະ ນັກທ່ອງທ່ຽວເດີນທາງເຂົ້າສະຫະລັດອາເມລິກາໄດ້ຫຼຸດລົງ 1,3%.

 

ຮຽບຮຽງໂດຍ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...