spot_img
Homeຂ່າວພາຍ​ໃນສປປ ລາວ ກຽມເຈລະຈາຄັ້ງທີ 2 ກັບສະຫະພາບເອີຣົບ ສົ່ງເສີມການຄ້າໄມ້ຖືກກົດໝາຍ

ສປປ ລາວ ກຽມເຈລະຈາຄັ້ງທີ 2 ກັບສະຫະພາບເອີຣົບ ສົ່ງເສີມການຄ້າໄມ້ຖືກກົດໝາຍ

Published on

ຂປລບັນດາຕົວແທນຈາກພາກລັດອົງການຈັດຕັ້ງທາງສັງຄົມ ​ແລະ ຂະແໜງອຸດສາຫະກຳປຸງແຕ່ງໄມ້​ ໄດ້​​ເຂົ້າກອງປະຊຸມວິຊາການ ​ເຊິ່ງຈັດຂຶ້ນ ໃນວັນທີ 2 ສິງຫາ 2017 ນີ້ ຢູ່ນະຄອນຫລວງວຽງຈັນ ​ເພື່ອປຶກສາຫາລື ​ແລະ ກະກຽມໃນການເຈລະຈາເປັນຄັ້ງ​​ທີ 2 ກັບສະຫະພາບເອີຣົບ ​​​ກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈພາຍໃຕ້ແຜນງານການຈັດຕັ້ງປະຕິບັດກົດໝາຍການຄຸ້ມຄອງ ​ແລະ ການຄ້າໄມ້​​ ລະຫວ່າງລາວ-​ສະຫະພາບເອີຣົບ ເພື່ອສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍ.

ທ່ານ ຊູຊາດ ​ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ​-ປ່າໄມ້​ ກ່າວວ່າຜ່ານມາຂະແໜງການທີ່ກ່ຽວຂ້ອງ ກັບວຽກງານປ່າໄມ້ຂອງລາວ ​ໄດ້ມີຄວາມຄືບໜ້າໃນການປັບປຸງ ນິຍາມໄມ້ທີ່ຖືກກົດໝາຍ ​ເພື່ອເປັນບາດກ້າວສຳຄັນ ທີ່ຈະກ້າວເຂົ້າສູ່ຕະຫລາດ ​ສະຫະພາບເອີຣົບ ​ເຊິ່ງເປັນຂອດທີ່ຈຳເປັນ ເພາະອີງຕາມລະບຽບກົດໝາຍ ​ແມ່ນຫ້າມນຳເຂົ້າ ​ແລະ ຂາຍໄມ້ທີ່ຜິດກົດໝາຍ ​ໃນຕະຫລາດສະຫະພາບເອີຣົບສະນັ້ນ ນິຍາມທີ່ຖືກຕ້ອງຕາມກົດໝາຍ ຈະສະແດງໃຫ້ເຫັນເຖິງການຄຸ້ມຄອງປ່າໄມ້ທີ່ດີ ​ແລະ ການບໍລິຫານຈັດການໄມ້ແບບຍືນຍົງ ​ເຊິ່ງຈະສົ່ງຜົນດີຕໍ່ການເພີ່ມຂຶ້ນຂອງເນື້ອທີ່ປົກຫຸ້ມປ່າໄມ້​​ ໃນລາວໃຫ້ໄດ້ເຖິງ 70% ດັ່ງທີ່ໄດ້ລະບຸໄວ້​ ໃນແຜນຍຸດທະສາດປ່າໄມ້​ ປີ 2020. ພາຍໃຕ້ແຜນງານການຈັດຕັ້ງປະຕິບັດກົດໝາຍການຄຸ້ມຄອງ ​ແລະ ການຄ້າໄມ້​​ ຂອງສອງຝ່າຍ​ ​ໂດຍສະເພາະແມ່ນ ​ການປັບປຸງວຽກງານການເຄື່ອນຍ້າຍຂອງໄມ້​ ໃນບັນດາແຂວງທົດລອງຕ່າງໆ​​ແມ່ນຈະຊ່ວຍບັນລຸເປົ້າໝາຍໂດຍລວມ ຂອງຄໍາສັ່ງ​​ເລກທີ 15/ນຍ ອີກດ້ວຍ.

ທ່ານ ຊູຊາດ ​ໄຊຍະກຸມມານ​ ກ່າວອີກວ່າ: ​ແຜນງານດັ່ງກ່າວ ໄດ້ຮັບການລິເລີ່ໂດຍລັດຖະບານແຫ່ງ ສປປ ລາວ ​ແລະ ພາກສ່ວນກ່ຽວຂ້ອງທັງພາຍໃນ ​ແລະ ຕ່າງປະເທດ ​ທີ່ມີເປົ້າໝາຍໃນການສົ່ງເສີມການຄຸ້ມຄອງປ່າໄມ້ທີ່ດີ ​ແລະ ການຫລຸດຜ່ອນການຕັດໄມ້ທີ່ຜິດກົດໝາຍ ໃນປະເທດລາວ.ສຳລັບຂໍ້ຕົກລົງ​ ການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ​ເຊິ່ງເປັນຂໍ້ຕົກລົງການຄ້າສອງຝ່າຍລະຫວ່າງ ສະຫະພາບເອີຣົບ ​ແລະ ປະເທດທີ່ຜະລິດໄມ້ເພື່ອສົ່ງອອກ​, ​ເປົ້າໝາຍສຳຄັນແມ່ນແກ້ໄຂການຕັດໄມ້ທີ່ຜິດກົດໝາຍ ແລະ ສົ່ງເສີມການຄ້າຜະລິດຕະພັນໄມ້ ທີ່ຖືກຕ້ອງຕາມກົດໝາຍ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...