spot_img
Homeຂ່າວພາຍ​ໃນສປປລາວ ເຝົ້າລະວັງພະຍາດ ຝີດາດລີງ ທີ່ອາດມານຳນັກທ່ອງທ່ຽວ

ສປປລາວ ເຝົ້າລະວັງພະຍາດ ຝີດາດລີງ ທີ່ອາດມານຳນັກທ່ອງທ່ຽວ

Published on

ສາທາລະນະສຸກແຫ່ງ ສປປ ລາວ ກຳລັງດຳເນີນ ຕິດຕາມກວດກາ ນັກທ່ອງທ່ຽວ ກໍລະນີ ເປັນພະຍາດຝີດາດລີງ,ຕາມການລາຍງານຂອງ ອົງການອານະໄມໂລກ  WHO ວ່າມີພະຍາດດັ່ງກ່າວກຳລັງແຜ່ລະບາດໄປໃນຫຼາຍໆປະເທດ.

ໃນວັນທີ 25 ພຶດສະພາ 2022, ເຈົ້າໜ້າທີ່ ສາທາລະນະສຸກແຫ່ງ ສປປ ລາວ ກຳລັງຕິດຕາມກວດກາ ນັກທ່ອງທ່ຽວທີ່ອາດນຳມາຂອງພະຍາດຝີດາດລີງ.

ໜັງສືພິມວຽງຈັນທາຍ ລາຍງານວ່າ: ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ກ່າວວ່າ ບຸກຄະລາກອນທາງການແພດຈະກວດຜູ້ເດີນທາງເຂົ້າປະເທດ ແລະ ສອບຖາມປະຫວັດການເດີນທາງ ໂດຍຜູ້ມີປະຫວັດການເດີນທາງໄປພື້ນທີ່ສ່ຽງ ຈະບໍ່ໄດ້ຮັບອານຸຍາດໃຫ້ເຂົ້າປະເທດ.

ພະຍາດຝີດາດລີງ ເປັນໄວຣັສທີ່ພົບເຫັນສ່ວນໃຫຍ່ໃນພາກກາງ ແລະ ພາກຕາເວັນຕົກຂອງອາຟຣິກາ, ພະຍາດັ່ງກ່າວຍັງພົບໃນປະເທດ ອາເມຣິບກາ, ອິດສະລາແອນ, ສິງກະໂປ ແລະ ອັງກິດ.

ພະຍາດດັ່ງກ່າວແມ່ນເລີ່ມແຜ່ຂະຫຍາຍເປັນວົງກວ້າງ ແລະ WHO ຄາດວ່າຈະມີກວດພົບຫຼາຍຂຶ້ນ ແລະ ຕ້ອງໄດ້ເຝົ້າລະວັງບັນດາປະເທດທີ່ມີການລະບາດຂອງພະຍາດຕິດຕໍ່ນີ້.ການປະຕິບັດການຄັ້ງນີ້ຕ້ອງເນັ້ນໃສ່ການແຈ້ງຂໍ້ມູນທີ່ຖືກຕ້ອງຕໍ່ຜູ້ຕິດເຊື້ອ ເພື່ອຢຸດການຂະຫຍາຍຕົວຂອງພະຍາດຕື່ມອີກ.

ໂດຍອົງການອະນາໄມໂລກ WHO ກ່າວວ່າ: ຂໍ້ມູນທີ່ມີຢູ່ຊີ້ໃຫ້ເຫັນວ່າການຕິດຕໍ່ຈາກຄົນໄປຫາຄົນແມ່ນເກີດຂື້ນໃນບັນດາຜູ້ທີ່ໃກ້ຊິດກັບກໍລະນີທີ່ມີອາການ.

 

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...