spot_img
Homeຂ່າວຕ່າງປະເທດສປຊ ກຽມກົດດັນປະເທດຮັ່ງມີໃຫ້ແບ່ງປັນວັກຊີນປ້ອງກັນໂຄວິດແກ່ປະເທດທຸກຍາກ

ສປຊ ກຽມກົດດັນປະເທດຮັ່ງມີໃຫ້ແບ່ງປັນວັກຊີນປ້ອງກັນໂຄວິດແກ່ປະເທດທຸກຍາກ

Published on

ເວັບໄຊ CBS News ລາຍງານ: ກອງປະຊຸມສາມັດຊາໃຫຍ່ຂອງອົງການສະຫະປະຊາຊາດ ໄດ້ໄຂຂຶ້ນຢ່າງເປັນທາງການໃນອາທິດນີ້ ໂດຍຈະມີການຫາລືກັນຫຼາຍບັນຫາ ລວມມີ ການປ່ຽນແປງສະພາບອາກາດ, ວິກິດດ້ານມະນຸດສະທຳໃນອັຟການິສຖານ, ຄວາມຕຶງຄຽດທີ່ເພີ່ມຂຶ້ນໃນເຂດມະຫາສະໝຸດເກົາຫຼີ ແລະ ບັນຫາການເຂົ້າເຖິງວັກຊີນຂອງປະຊາກອນໂລກ.

ແຕ່ບັນຫາເລັ່ງດ່ວນນັ້ນກໍຄືການສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ພ້ອມກຽມກົດດັນປະເທດທີ່ຮັ່ງມີໃຫ້ແບ່ງປັນວັກຊີນແກ່ປະເທດທຸກຍາກ ເນື່ອງຈາກການລະບາດໃຫຍ່ຄັ້ງນີ້ໄດ້ຂ້າຊີວິດຄົນເຖິງ 4 ລ້ານກວ່າຄົນ ແລະ ຍັງຄົງພາກຊີວິດຜູ້ຄົນບໍ່ຕໍ່າກວ່າ 10,000 ຄົນໃນແຕ່ລະວັນ ໂດຍສະເພາະໃນບັນດາປະເທດທີ່ທຸກຍາກ ຂະນະທີ່ປະເທດຮັ່ງມີ ມີລາຍງານເສຍຊີວິດຈາກພະຍາດໂຄວິດບໍ່ພໍເທົ່າໃດຄົນ.

ຢ່າງໃດກໍຕາມ, ສປຊ ຢືນຢັນວ່າ ຈະພະຍາຍາມທຸກວິທີທາງ ເພື່ອຮັບປະກັນວ່າ ຈະສາມາດເຂົ້າເຖິງເປົ້າໝາຍຕາມກຳນົດ ໂດຍຈະເຮັດໃຫ້ພົນລະເມືອງທຸກຄົນໃນທົ່ວໂລກໄດ້ຮັບວັກຊີນປ້ອງກັນໂຄວິດ-19 ໃນທ້າຍປີ 2022 ພ້ອມຮຽກຮ້ອງໃຫ້ຄະນະສະເພາະກິດທີ່ກ່ຽວຂ້ອງ ເຮັດວຽກຮ່ວມກັບບັນດາບໍລິສັດຜະລິດຢາ ເພື່ອຮັບປະກັນວ່າ ການຜະລິດວັກຊີນຈະເພີ່ມຂຶ້ນເປັນສອງເທົ່າ ແລະ ຕ້ອງສູ້ຊົນເຮັດໃຫ້ຈຳນວນວັກຊີນກວມເຖິງ 70% ຂອງປະຊາກອນໂລກໃນຊ່ວງກາງປີ 2022.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...