spot_img
Homeຂ່າວພາຍ​ໃນສຕລ ປະກາດຄັດເລືອກນັກກິລາທີມບານເຕະຊາຍທີມຊາດລາວ ຮຸ່ນອາຍຸ 16 ປີ

ສຕລ ປະກາດຄັດເລືອກນັກກິລາທີມບານເຕະຊາຍທີມຊາດລາວ ຮຸ່ນອາຍຸ 16 ປີ

Published on

ອີງຕາມແຜນການເຄື່ອນໄຫວຂອງ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2018 ສຕລ ມີ ຈຸດປະສົງຄັດເລືອກນັກກິລາທີ່ມີ ພອນສະຫວັນ ແລະ ທັກສະ ເພື່ອກະກຽມນັກກິລາ ທີມບານເຕະຊາຍທີມຊາດລາວ ຮຸ່ນອາຍຸ 16 ປີ ເຂົ້າຮ່ວມການແຂ່ງຂັນລາຍການ Japan-ASEAN U-16 Football Exchange Programe 2018 ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 06-15 ມີນາ 2018 ຢູ່ທີ່ແຂວງ ມີຢາຊະກິ ( MIYAZAKI ) ປະເທດຍີ່ປຸ່ນ.

ການຄັດເລືອກຈະໄດ້ຈັດຂຶ້ນໃນ ວັນຈັນ 15-20 ມັງກອນ 2018 ຢູ່ທີ່ສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ບ້ານ ຫ້ວຍຫົງ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໃນເວລາ 16:00 – 18:30.

ຫມາຍເຫດ :

– ນັກກິລາທີ່ເຂົ້າຮ່ວມຄັດເລືອກຕ້ອງຮັບປະກັນຄວາມພ້ອມຂອງຮ່າງກາຍຕະຫລອດໄລຍະການຄັດເລືອກ.

– ນັກກິລາທີ່ເຂົ້າຮ່ວມຄັດເລືອກທີມບານເຕະຊາຍ ຮຸ່ນອາຍຸ 16 ປີ ຕ້ອງເກີດໃນລະຫວ່າງປີ 2002 – 2003.

– ນັກກິລາທີ່ມາຈາກ ຕ່າງແຂວງ ທີ່ຕ້ອງການມາຄັດເລືອກນັກກິລາໃນຄັ້ງນີ້ທາງ ສະຫະພັນບານເຕະແຫ່ງຊາດລາວ ແມ່ນອຳນວຍຄວາມສະດວກທາງດ້ານທີ່ພັກ ແແລະ ອາຫານການການກິນຕະຫລອດ ໄລຍະການຄັດເລືອກ ສ່ວນການເດີນທາງແມ່ນຮັບຜິດຊອບເອງ.

– ສຳລັບຜູ້ທີ່ມາຄັດເລືອກ ຈະຕ້ອງນຳເອົາເອກະສານ, ປຶ້ມສຳມະໂນຄົວ ຫລື ຫນັງສືການເດີນທາງ ( ຂອງແທ້ ) ແລະ ໃບຢັ້ງຢືນການສຶກສາ ( ຂອງແທ້ ) ເພື່ອເປັນຫລັກຖານ.

– ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີ້ມໄດ້ທີ່ເບີ : 02099707053, 02054443133, 02097712349, 02028491119.

 

ແຫລ່ງຂ່າວ: ສະຫະພັນບານເຕະແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...