spot_img
Homeຂ່າວພາຍ​ໃນສຈ ປອ ດຣ ມາຍຟອງ ມາຍຊາຍ 1 ໃນ 12 ຄົນຈາກອາຊີໄດ້ຮັບລາງວັນສາກົນ

ສຈ ປອ ດຣ ມາຍຟອງ ມາຍຊາຍ 1 ໃນ 12 ຄົນຈາກອາຊີໄດ້ຮັບລາງວັນສາກົນ

Published on

ສາດສະດາຈານ ດຣ ມາຍຟອງ ມາຍຊາຍ ຮອງປະທານມະຫາວິທະຍາໄລວິທະຍາສາດສຸຂະພາບ ແມ່ນ 1 ໃນ 12 ຄົນຈາກອາຊີທີ່ຈະໄດ້ຮັບລາງວັນ ຈາກງານ Asia Innovation Awards ທີ່ຢູ່ໃນກຸ່ມລາງວັນຂອງ Hitachi Global Foundation Asia Innovation Award 2020 ຂະແໜງລາງວັນທີ່ໄດ້ຮັບ ແມ່ນຈາກສາຂາ ສຸຂະພາບ ໂດຍຫົວຂໍ້ບົດວິໄຈ ກ່ຽວກັບ“Research of Mass Drug Administration with “Dihydroartemisinin-piperaquine (DP) + primaquine (PQ) for Malaria Elimination” ເຊິ່ງແມ່ນການສຶກສາຮ່ວມ ລະຫວ່າງ Lao-Oxford-Mahosot Hospital-Wellcome Trust Research Unit or LOMWRU ຢູ່ໂຮງໝໍມະໂຫສົດ ແລະ the Mahidol-Oxford Research Unit.

ທ່ານ ສຈ ປອ ດຣ ມາຍຟອງ ໃຫ້ສໍາພາດ ກັບໜັງສືພິມ ວຽງຈັນທາມວ່າ “ຜົນງານການວິໄຈນີ້ ຈະປະກອບສ່ວນ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ SDG ລວມມີ ການຫຼຸດພົ້ນ ຈາກຄວາມທຸກຍາກ ຫິວໂຫຍ, ປັບປຸງສຸຂະພາບ ແລະ ການດໍາລົງຊີວິດ, ແລະ ຮັບປະກັນ ການສຶກສາທີ່ມີຄຸນນະພາບ. ຈາກຜົນການສຶກສາຄົ້ນຄວ້າ, ພວກເຮົາຈະສາມາດ ກໍາຈັດ ໄຂ້ມາຣາເລຍ ໃຫ້ໝົດໄປ ຈາກ ສປປ ລາວ, ຈາກອາຊຽນ ແລະ ໃນຂົງເຂດອື່ນໆ ພາຍໃນປີ 2030. ລາງວັນດັ່ງກ່າວ ບໍ່ພຽງແຕ່ສົ່ງເສີມໃຫ້ຂ້ອຍດໍາເນີນການຄົ້ນຄ້ວາຕໍ່ໄປເພື່ອເປັນປະໂຫຍດຕໍ່ສຸຂະພາບຂອງປະຊາຊົນລາວເທົ່ານັ້ນ ແຕ່ຫວັງວ່າຈະເປັນແຮງບັນດານໃຈໃຫ້ໄວໜຸ່ມລາວ ຫັນມາສົນໃຈວຽກງານການຄົ້ນຄວ້າ” ທ່ານ ດຣ ມາຍຟອງກ່າວ

ໃນແຕ່ລະປີ ໄຂ້ມາຣາເລຍ ມີຜົນກະທົບຕໍ່ຄົນ ປະມານ 200 ລ້ານຄົນ ແລະ ມີຜູ້ເສຍຊີວິດ ຈາກໄຂ້ ມາຣາເລຍ ປະມານ 400.000 ຄົນຕໍ່ປີ ໃນທົ່ວໂລກ.

ໂຄງການ Asia Innovation Awards ໄດ້ຖືກເປີດຕົວໃນປີ 2020 ເພື່ອສົ່ງເສີມທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາທີ່ປະກອບສ່ວນເຂົ້າໃນການແກ້ໄຂບັນຫາສັງຄົມ ແລະ ສ້າງສັງຄົມທີ່ຍືນຍົງຢູ່ໃນພາກພື້ນອາຊຽນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...