spot_img
Homeຂ່າວຕ່າງປະເທດວ່າທີ່ຜູ້ນຳອາເມຣິກາຄົນໃໝ່ ໂດນັນ ທຣັມ ຈະປັບປຸງຄວາມສຳພັນກັບຣັດເຊຍ ຫັນໜ້າຫາປູຕິນ!

ວ່າທີ່ຜູ້ນຳອາເມຣິກາຄົນໃໝ່ ໂດນັນ ທຣັມ ຈະປັບປຸງຄວາມສຳພັນກັບຣັດເຊຍ ຫັນໜ້າຫາປູຕິນ!

Published on

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 9 ພະຈິກຜ່ານມານີ້ວ່າ ປະທານາທິບໍດີຄົນໃໝ່ຂອງ ສະຫະລັດອາເມຣິກາ ທ່ານ ໂດນັນ ທຣັມ ອາດພະຍາຍາມປັບປຸງຄວາມສຳພັນ ລະຫວ່າງ ສະຫະລັດອາເມຣິກາ ແລະ ຣັດເຊຍ ໂດຍທ່ານເຄີຍໄດ້ລະບຸໃນໄລຍະຜ່ານມາວ່າ ຕົນເອງຈະເປີດໃຈກວ້າງ ແລະ ຫັນເຂົ້າຫາ ປະທານາທິບໍດີ ວະລາດີເມຍ ປູຕິນ ໃນຂະນະທີ່ລັດຖະບານອາເມຣິກາຊຸດປັດຈຸບັນ ດຳເນີນນະໂຍບາຍທີ່ແຂງກະດ້າງ ແລະ ເຫັນຣັດເຊຍເປັນໄພຄຸກຄາມຂອງປະເທດ.

ທ່ານ ໂດນັນ ທຣັມ ໄດ້ໃຫ້ສຳພາດກັບສຳນັກຂ່າວຣອຍເຕີ ເມື່ອເດືອນຜ່ານມານີ້ວ່າ ” ຂ້າພະເຈົ້າຫວັງທີ່ຈະມີຄວາມສຳພັນທີ່ດີກັບຣັດເຊຍ ແລະ ຂ້າພະເຈົ້າຫວັງທີ່ຈະມີຄວາມສຳພັນໄມຕີທີ່ດີກັບປູຕິນ, ຖ້າຫາກເຮົາມີຄວາມສຳພັນທີ່ດີຣັບຣັດເຊຍ ມັນຈະກາຍເປັນເລື່ອງທີ່ວິເສດຫລາຍ ”

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...