spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມວົງ​ການ​ແພດ​ບ້ານ​ເຮົາ​ບໍ່​ຄວນ​ເບິ່ງ​ຂ້າມ

ວົງ​ການ​ແພດ​ບ້ານ​ເຮົາ​ບໍ່​ຄວນ​ເບິ່ງ​ຂ້າມ

Published on

ໃນ​ອາທິດ​ຜ່ານ​ມາ, ຜູ້​ຂຽນ​ໄດ້​ອ່ານ​ບົດ​ຄວາມ​ທີ່​ລົງ​ພິມ​ໃນ​ໜັງ ສືພິມ​ສະບັບ​ໜຶ່ງ​​ເປັນ​ບົດ​ຂຽນ ຂອງ​ນັກ​ຂຽນຮຸ້ນ​ອາຈານ​ໃຫຍ່​ວົງ​ການ​ສື່​ມວນ​ຊົນ​ລາວ​ເຮົາ ແລະ ຕ້ອງຂໍອະ​ໄພ​ທີ່​ເອີ່ຍ​ນາມ​ທ່ານ ວິ​ເສດ ສະ​ແຫວ​ງສຶກສາ. ບົດ​ຄວາມ​ດັ່ງກ່າວ​ແມ່ນ​ເພິ່ນ​ໄດ້​ແປ​ຈາກ​ຂ່າວ​ຂອງ​ປະ​ເທດ​ອັງ ກິດ​ເມື່ອ​ອ່ານ​ແລ້ວ​ເຫັນ​ວ່າ​ມັນ​ເປັນ​ບົດຮຽນ​ອັນ​ດີ​ທີ່​ວົງ​ການ​ແພດ​ບ້ານ ​ເຮົາ​ບໍ່​ຄວນ​ເບິ່ງ​ຂ້າມ​ບັນຫານີ້​ເຊັ່ນ​ກັນ. ບົດ​ຂຽນ​ດັ່ງ ກ່າວ​ລະບຸ​ວ່າ: ​ໃນ​ກາງ​ເດືອນ​ພຶດ ສະພາ 2014 ນີ້, ​ໂຮງໝໍ​ຫລາຍ​ແຫ່ງ​ຢູ່ປະ​ເທດ​ອັງກິດ​ພວມ​ມີ​ແຜນ​ຍົກ​ເລີກ​ການ​ຈ່າຍ​ຢາ​ຕາມ​ໃບ ​ສັ່ງ​ທີ່​ຂຽນ​ດ້ວຍ​ມື​ທ່ານໝໍ ທັງ​ນີ້​ເພາະວ່າ​ລາຍ​ມື​ທ່ານໝໍ​ນັ້ນ ອ່ານ​ຍາກ​ຫລາຍ ​ແລະ ມີ​ຫລາຍ​ກໍລະນີ​ອ່ານ​ບໍ່​ອອກ ຈຶ່ງ​ເຮັດ​ໃຫ້​ເປັນ​ອຸປະສັກ​ໃນ​ການ​ຈ່າຍ​ຢາ ເຮັດ​ໃຫ້ການ​ຈ່າຍ​ຢາ​ຖືກໆ​ຜິດໆ ແລະ ຈາກ​ການ​ຈ່າຍ​ຢາ​ຜິດ​ນີ້ ຈຶ່ງ​ເຮັດ​ໃຫ້​ຄົນ​ເຈັບ​ 11 ຄົນ​ເສຍ​ຊີວິດ​ໃນ​ປີ 2012 ຜ່ານ​ມາ, ​ໃນ​ນັ້ນ ມີ​ກໍລະນີ​ນາງ ວິກຕໍ​ເລຍ ​ແຮຣິສັນ​ ອາຍຸ 17 ປີ ​ເປັນ​ຊ່າງ​ເຝິກ​ຫັດ​ຕັດ​ຜົມ ​ໂດຍ​ສາວ​ນ້ອຍ​ຜູ້​ເຄາະ​ຮ້າຍ​ຄົນ​ນີ້ ​ໄດ້​ເຂົ້າຜ່າຕັດ​​ໄສ້​ຕິ່ງ​ຢູ່​ໂຮງໝໍ​ແຄ​ດ​ເທີຣິງ, ນາງ​ມີ​ອາ ການ​ເລືອດ​ໄຫລ​ບໍ່​ຢຸດ​ຈົນ​ເຮັດ​ໃຫ້​ນາງ​ເສຍ​ຊີວິດ​ໃນ​ທີ່​ສຸດສາ​ເຫດ​ກໍ​ ແມ່ນ​ວ່າ: ​ແພດ​ທີ່​ຮັບຜິດຊອບ​ປິ່ນປົວ​ນັ້ນອ່ານ​ຂໍ້​ແນະນຳ​ການ​ປິ່ນປົວ​ຈາກ​ແພດ​ຜ່າຕັດ ​ບໍ່​ອອກ. ເລື່ອງ​ນີ້​ເລີຍ​ຮ້ອນ​ໄປ​ຮອດ​ໜ່ວຍ​ງານ​ຕິດຕາມ​ສຸຂະພາບ​ຂອງ​ຜູ້​ບໍລິ​ໂພ​ກ ​ເຊິ່ງຂຽນ​ເປັນ​ຕົວ​ຫຍໍ້​ວ່າ: NHS

Trnst. ຜ່ານ​ການ ກວດ​ສອບ​ລາຍ​ມື​ຂອງ​ທ່ານໝໍ​ໃນ​ໂຮງໝໍ​ແຫ່ງ​ຕ່າງໆ​ຢູ່​ເມືອງ​ແຊດ​ສະ​ເຕີ​ຈຶ່ງ​ ຮູ້​ວ່າ: ​ແພດ​ຈຳໜ່າຍ​ຢາ ຫລື ປິ່ນປົວ​ອ່ານ​ຕົວ​ໜັງສື​ທ່ານ​ໝໍບໍ່​ອອກ. ຈາກ​ກໍລະນີ​ທີ່​ເກີດ​ຂຶ້ນຢູ່​ປະ​ເທດ​ດັ່ງກ່າວ​ກໍ​ເຫັນ​ວ່າ​ຢູ່​ບ້ານ​ເຮົາ​ ການຈຳໜ່າຍ​ຢາ ​ແລະ ການ​ປິ່ນປົວ​ຍັງ​ຕ້ອງ​ອາ​ໄສ​ໃບ​ສັ່ງ​ຈາກ​ແພດ​ໃຫຍ່​ໃນ​ຂະ​ແໜງ​ກ່ຽວຂ້ອງ. ດັ່ງນັ້ນ ການ​ຂຽນ​ຊື່​ຢາ ​ແລະ ຂໍ້​ແນະນຳ​ຕ່າງໆ​ຄວນ​ໃຫ້​ອ່ານ​ອອກ​ຈະ​ແຈ້ງຢ່າ​ໃຫ້​ເປັນ​ຄື​ໃນ​ສັງຄົມ​ມັກ​ ເວົ້າຢອກ​ຕິດ​ປາກ​ວ່າ: “ຫຍຸ້ງ​ປານ​​ໂຕ​ໜັງສື​ດ໋ອກ​ເຕີ”.

ຂອບໃຈບົດຈາກ ໜັງສືພິມລາວພັດທະນາ http://laophatthananews.blogspot.com

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...