spot_img
Homeຄວາມງາມວີ​ທີ​ແກ້​ບັນຫາ​ຂອບ​ຕາດຳ

ວີ​ທີ​ແກ້​ບັນຫາ​ຂອບ​ຕາດຳ

Published on

5

1. ຮັບປະທານ​ຜັກ​ ແລະ ຫມາກໄມ້​ຫລາຍໆ  ຜັກ​ຫມາກໄມ້​ເປັນ​ຢາ​ດີ ເກືອບ​ທຸກ​ຢ່າງ​ໃນ​ຮ່າງກາຍ​ເລີຍ​ ບໍ່​ວ່າ​ຈະ​ເປັນ​ລະບົບ​ອະໄວຍະວະ​ພາຍ​ໃນ ຜິວ​ພັນ ຫລື​ ເສັ້ນ​ຜົມ ສະນັ້ນ​ແລ້ວ​ເປັນຫຍັງ​ຈະ​ບໍ່​ລຸດ​ບັນຫາ​ຂອບ​ຕາ​ຄ້ຳ​ບໍ່​ໄດ້​ ດັ່ງ​ນັ້ນ ມາ​ຮັບປະທານ​ຜັກ​ ແລະ ຫມາກໄມ້​ກັບ​ນ້ຳ​ສະ​ອາດ​ ໃຫ້​ຫລາຍ​ຂຶ້ນ​ກັນ​ດີກວ່າ ເພາະ​ໃນ​ຜັກ ແລະ ​ຫມາກໄມ້​ມີ​ວິ​ຕາ​ມິນ​ບຳ​ລຸງ ​ແລະ ​ຊ່ອມ​ແຊມ​ຜິວ​ຢ່າງຫລວງຫລາຍເລີຍ ແຕ່​ຕ້ອງ​ຮັບປະທານ​ຢ່າງ​ຕໍ່​ເນື່ອງ​ເຖິງຈະເຫັນຜົນ

2. ຖົງ​ຊາ ຫລື​ ບ່ວງຈຸ່ມ​ຊາ ອີກ​ໜຶ່ງ​ວິທີ​ພື້ນໆ ທີ່ຍອດ​ນິຍົມ​ທີ່​ແມ່ຍິງ​ຫລາຍ​ຄົນ ​ມັກ​ຈະ​ຄິດ​ເຖິງ​ເປັນ​ອັນ​ດັບທຳອິດ ແລະ ​ແນ່ນອນ ມັນ​ຊ່ວຍ​ລຸດ​ບັນຫາ​ຂອບ​ຕາ​ຄ້ຳ​ໄດ້​ແທ້ ແຕ່​ລະ​ວັງ​ຄວາມ​ຮ້ອນ​ກັນ​ແນ່ເດິ້ ຢ່າ​ໃຈ​ຮ້ອນ ຄວນ​ປະໃຫ້​ອຸ່ນ​ກ່ອນ​ທຸກ​ເທື່ອ​

3. ນຳ​ມັນ​ຝະ​ຫລັ່ງ ​ມາ​ຝານ​ບາງໆ ວາງ​ໄວ້ກ້ອງດວງ​ຕາ ວິທີ​ນີ້​ຊາວ​ຕະເວັນ​ຕົກ​ໃຊ້​ກັນ​ດີ​ ແລະ ​ທີ່​ສຳຄັນ ຢູ່ບ້ານເຮົາ​ກໍ​ມີ​ມັນ​ຝະ​ຫລັ່ງ​ຂາຍ​ກັນ​ຫລາຍຢູ່ແລ້ວ ຫາ​ຊື້​ບໍ່​ຍາກ​ເລີຍ​

ຢ່າງໃດ​ກໍ​ດີ ວິທີ​ດັ່ງ​ກ່າວ​ຂ້າງ​ຕົ້ນ​ນີ້ ຄວນ​ປະຕິບັດ​ຄອບຄູ່​ໄປ​ກັບ​ການ​ນອນ​ຫລັບ​ໃຫ້​ພຽງ​ພໍ ແລະ ​ຫາກ​ງົດ​ດື່ມ​ແອນ​ກໍ​ຮອລ໌​ໄດ້ ກໍ​ຈະ​ຍິ່ງ​ຊ່ວຍ​ໃຫ້​ທ່ານ​ບອກ​ລາ​ຕາ​ແພນ​ດ້າ​ໄດ້​ໄວ​ຂຶ້ນ​ດ້ວຍ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...