spot_img
Homeຂ່າວ​ໄອ​ທີວິທີແກ້ໄຂເວລາຖືກໄວຮັສໃນເຟສບຸກ

ວິທີແກ້ໄຂເວລາຖືກໄວຮັສໃນເຟສບຸກ

Published on

ຖ້າຫາກທ່ານເຫັນໝູ່ເພື່ອນຂອງທ່ານໃນ Facebook ໂພສລິ້ງແປກໆເຊັ່ນ ຄລິບລາມົກອະນາຈານ ຫຼື ຂ່າວທີ່ບໍ່ເປັນຄວາມຈິງ ເຊິ່ງເປັນສິ່ງທີ່ເຮົາໝັ້ນໃຈວ່າໝູ່ຂອງເຮົາບໍ່ໂພສແບບນີ້ແນ່ນອນ, ສິ່ງທີ່ໂພສນັ້ນອາດຈະແມ່ນ ໄວຣັສ (ຫຼືເອີ້ນວ່າ Malwares) ແລະ ໃນບາງຄັ້ງໝູ່ຂອງທ່ານກໍບໍ່ຮູ້ວ່າເຂົາເຈົ້າຖືກໄວຣັສໂຕນີ້ໄປແລ້ວ. ຖ້າຫາກເຮົາບັງເອີນໄປກົດທີ່ລິ້ງໃນໂພສນັ້ນ, ເຮົາກໍອາດຈະຖືກໄວຣັສ ເອົາເຟສບຸກຂອງເຮົາໄປໂພສລິ້ງນັ້ນຕໍ່ ແລະ ແທັກຕໍ່ໝູ່ຂອງເຮົາທຸກຄົນ ສ້າງຕ່ອງໂສ້ໄວຣັສໄປເລື້ອຍໆ. ເຮົາສາມາດກວດສອບ ແລະ ແກ້ໄຂບັນຫານີ້ຄື:

  1. ປ່ຽນລະຫັດເຂົ້າເຟສບຸກຂອງທ່ານທັນທີ

ປ່ຽນລະຫັດຜ່ານເຟສບຸກທັນທີທີ່ຮູ້ວ່າທ່ານຕິດໄວຣັສນີ້ ໂດຍກົດເລືອກເຄື່ອງໝາຍ ∇ ສາມຫຼ່ຽມ ຢູ່ແຖບດ້ານເທິງ (1) >> ເລືອກການຕັ້ງຄ່າ ຫຼື Setting (2) >> >> ກົດເຂົ້າຄວາມປອດໄພ ຫຼື Securit and Login (3) >> ຈາກນັ້ນກໍປ່ຽນລະຫັດຜ່ານ (4) ທີ່ຄາດເດົາໄດ້ຍາກຂຶ້ນ (ແຕ່ທ່ານຢ່າລືມລະຫັດໃໝ່ຂອງທ່ານເດີ້).

2. ລຶບແອ໋ບໃນ Facebook ທີ່ຕ້ອງສົງໃສ

ເມື່ອປ່ຽນລະຫັດຜ່ານຮຽບຮ້ອຍແລ້ວ, ຂັ້ນຕອນຕໍ່ໄປແມ່ນລຶບແອ໋ບທີ່ຕິດໄວຣັສນັ້ນອອກຈາກເຟສບຸກຂອງທ່ານ ໂດຍຢູ່ໜ້າຕ່າງເກົ່າ ແລ້ວຄລິກ ແອັບ ແລະ ເວັບໄຊ້ ຫຼື Apps and Websites ເພື່ອເບິ່ງວ່າທ່ານຕິດຕັ້ງແອ໋ບໃດແນ່ໃນເວັບໄຊ້ຂອງທ່ານ ເຊິ່ງແອັບດັ່ງກ່າວອາດຈະເປັນແອັບທີ່ທ່ານຕັ້ງໃຈ ຫຼື ບໍ່ໄດ້ຕັ້ງໃຈຕິດຕັ້ງໄວ້ກໍໄດ້. ຖ້າຫາກແອັບໃດທີ່ທ່ານບໍ່ໄດ້ໃຊ້ໃນຊີວິດປະຈໍາວັນ, ທ່ານຄວນຈະລຶບແອັບນີ້ຖິ້ມໄປ ຫຼື ທ່ານສາມາດລຶບແອັບທັງໝົດອອກເລີຍກໍໄດ້ ແລ້ວຈິ່ງຕິດຕັ້ງແອັບທີ່ທ່ານໃຊ້ຕົວຈິງ.

3. ລົງໂປຣແກຣມແອນຕີ້ໄວຣັສ ຫຼື ໂປຣແກຣມປ້ອງກັນຊອບແວ

ເພື່ອປ້ອງກັນໃຫ້ເຟສບຸກຂອງທ່ານປອດໄພຢູ່ສະເໝີ, ທ່ານຄວນຈະລົງໂປຣແກຣມປ້ອງກັນຊອບແວ ຫຼື ກວດແອນຕີ້ໄວຣັສຢູ່ສະເໝີ. zdnet.com ແນະນໍາບາງໂປຣແກຣມສຳລັບປ້ອງກັນຊອບແວຂອງທ່ານໄດ້ແກ່ Microsoft Security EssentialsMalwarebytesAvira ແລະ Avast ເຊິ່ງເປັນໂປຣແກຣມຟຣີທັງໝົດ. ໂປຣແກຣມທີ່ກ່າວມາເປັນໂປຣແກຣມສຳລັບຜູ້ໃຊ້ງານ Windows, ຖ້າຫາກທ່ານໃຊ້ Mac ທ່ານສາມາດລອງໃຊ້ໂປຣແກຣມແອນຕີ້ໄວຣັສຈາກ Sophos ໄດ້.

 

ແລ້ວເຮົາຈະກວດສອບວ່າເຮົາໂພສລິ້ງໄວຣັສນັ້ນຕອນໃດໄດ້ແນວໃດ?

ທ່ານສາມາດເບິ່ງໄດ້ວ່າທ່ານໄດ້ເຄື່ອນໄຫວຫຍັງແນ່ໃນເຟສບຸກ ໄດ້ໄປ Like ຫຼື Share ລິ້ງໃດບໍ່ ແລະ ໄດ້ໂພສຫຍັງຕອນໃດ. ເມື່ອພົບແລ້ວ, ທ່ານສາມາດລົບໂພສດັ່າງກ່າວອອກໄດ້ເລີຍ

 

 

 

ຂຽນໂດຍ: ລັດສະໝີ ພອນວິໄລ

ແຫຼ່ງຂ່າວ: it24hrs.com, tech.mthai.com, zdnet.com

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...