spot_img
Homeມູມໄອທີລາວວິທີແກ້ໄຂບັນຫາເວລາຄອມພິວເຕີທຳງານຊ້າ

ວິທີແກ້ໄຂບັນຫາເວລາຄອມພິວເຕີທຳງານຊ້າ

Published on

 ສາເຫດທີ່ຄອມພີວເຕີທຳງານຊ້າລົງອາດເກີດຈາກປັດໄຈຫຼາຍຢ່າງປະກອບກັນທັ້ງນີ້ຂຶ້ນກັບລັກສະນະການໃຊ້ງານຂອງແຕ່ລະບຸກຄົນຕົວຢ່າງເຊັ່ນຖ້າເປັນຄົນມັກຕິດຕັ້ງໂປ

ແກຣມໃໝ່ໆມາທົດສອບຕະຫຼອດເວລາບັນຫານັ້ນອາດຈະເຮັດໃຫ້ຄອມພີວເຕີຊ້າລົງເບິ່ງຈະເປັນເລື່ອງປົກກະຕິ ເພາະການຕິດຕັ້ງໂປແກຣມຫຼາຍໆຍ່ອມເຮັດໃຫ້ລະບົບຄອມພີວເຕີຊ້າລົງໂດຍສະເພາະໃນສ່ວນຂອງ Register ມີບັນຫາໄດ້ງ່າຍເປັນຕົ້ນ.

ແຕ່ຖ້າເຮົາບອກວ່າບໍ່ຄ່ອຍໄດ້ໃຊ້ງານແມ່ນຫຍັງຫຼາຍແຕ່ຄອມພິວເຕີທຳງານຊ້າລົງຖ້າເຫດຜົນບໍ່ໄດ້ມາຈາກບັນຫາ Hardware ສ່ວນໃຫຍ່ມັກຈະມີບັນຫາໄວຣັສ ຫຼື ສະປາຍແວຣ໌ຂ້ອນຂ້າງຫຼາຍ.

+ ກວດສອບບັນຫາທີ່ລະຂັ້ນຕອນ

  1. ກວດສອບຮາດດິດມີພື້ນທີ່ວ່າງເທົ່າໃດຢ່າງໜ້ອຍມີພື້ນທີ່ວ່າງໃນ Drive C: ຢ່າງໜ້ອຍ 500 MB–1GB ຖ້າເຕັມຕ້ອງລົບໄຟລ໌ເກົ່າໆທີ່ບໍ່ໃຊ້ອອກແດ່ຈະຊ່ວຍການທຳງານຂອງຄອມພີເຕີໃຫ້ດີຂຶ້ນ.
  2. ລົບໄຟລ໌ຖັງຂີ້ເຫື້ອຍອອກໂດຍສະເພາະຄົນທີ່ມັກທ່ອງເນັດທັ້ງຫຼາຍເພາະເວລາເຂົ້າເວບໄຊຈະມີໄຟລ໌ດາວໂຫຼດເຈົ້າມາໃນເຄື່ອງຂອງເຮົາດັ່ງນັ້ນຕ້ອງລົບແດ່ອາດຈະໃຊ້ໂປແກຣມ Disk Cleanup ຂອງ Windows ເອງກະໄດ້ (ເຂົ້າໄປທີ່ Start ->All Programs -> Accessories -> System Tools ->Disk Cleanup) ຊ່ວຍໄດ້ຫຼາຍຄືກັນແຖມຍັງລົວໄວຣັສບາງຕົວອອກໄປດ້ວຍ.
  3. ປັບປຸງ Hard disk ໃຫ້ແບບໃນສະພາບພ້ອມໃຊ້ງານໂດຍການຈັດລຽງຂໍ້ມູນ Hard disk ຊຶ່ງຈະຊ່ວຍໄດ້ຫຼາຍໃນຂະນະທີ່ເຮົາໃຊ້ງານຄອມພີວເຕີແລະບັນທຶກຂໍ້ມູນຕະຫຼອດ ເນື່ອງຈາກການຈັດເກັບຂໍ້ມູນເທິງ Hard disk ຈະຈັດເກັບລັກສະນະແບບສຸ່ມດັ່ງນັ້ນໄຟລ໌ໜຶ່ງໄຟລ໌ອາດຖືກຈັດເກັບແບບບໍ່ຕໍ່ເນື່ອງດັ່ງນັ້ນເວລາຈະນຳມາໃຊ້ງານກໍເສຍເວລາໃນການຄົ້ນຫາໄຟລ໌ ( ຈັດລຽງຂໍ້ມູນແລະກວດສອບ Hard disk ສາມາດ ເຂົ້າໄປທີ່ start ->All program -> Accessories -> System Tools ->Disk Defragment ຈະຕ້ອງທຳການ shutdown windows ກ່ອນເລີ່ມໃຊ້ງານໃໝ່ທຸກຄັ້ງ.
  4. ອັບເດດໂປແກຣມ Antivirus ແລະສັ່ງ Scan ທຸກໆ Drive ເຊື່ອວ່າການກວດສອບບັນຫາເບື້ອງຕົ້ນດັ່ງກ່າວຈະຊ່ວຍແກ້ໄຂບັນຫາຂອງທ່ານໄດ້ແນ່ນອນ.

 

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...