spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມວິທີແກ້ນອນໂກນແບບເຫັນຜົນຊັດເຈນ ຮູ້ແບບນີ້ຕ້ອງລອງ

ວິທີແກ້ນອນໂກນແບບເຫັນຜົນຊັດເຈນ ຮູ້ແບບນີ້ຕ້ອງລອງ

Published on

ການນອນໂກນເກີດຈາກລິ້ນໄກ່ ແລະເພດານອ່ອນມີການການສັ່ນແຮງກວ່າປົກກະຕິຂະນະນອນຫຼັບ ໂດຍເກີດການອຸດຕັນຂອງທາງເດີນຫາຍໃຈສ່ວນເທິງ ເຮັດໃຫ້ເວລາເຮົາຫາຍໃຈເຂົ້າ ອາກາດບໍ່ສາມາດໄຫຼລົງໄປສູ່ປອດໄດ້ ນັ້ນກໍຈະໝຸນວົນໄປກະທົບລິ້ນໄກ່ ແລະເພດານອ່ອນ ເຮັດໃຫ້ເກີດສຽງໂກນດັງອອກມາລົບກວນຄົນຮອບຂ້າງ.

3 ວິທີແກ້ນອນໂກນ

  1. ການອອກກໍາລັງກາຍຊ່ວຍແກ້ການນອນກົນໄດ້:

ທ່າທີ 1: ໃຫ້ແລັບລິ້ນອອກມາໃຫ້ຫຼາຍທີ່ສຸດແລ້ວຄ້າງໄວ້ ຈາກນັ້ນແລ້ວຈຶ່ງເອົາລິ້ນກັບຄືນ.

ທ່າທີ 2: ໃຫ້ແລັບລິ້ນອອກມາແລ້ວພະຍາຍາມໃຫ້ລິ້ນໄປແຕະປາຍດັງຄ້າງໄວ້ ແລ້ວຈຶ່ງເອົາລິ້ນກັບຄືນ.

ທ່າທີ 3:  ໃຫ້ແລັບລິ້ນອອກມາໃຫ້ຍາວທີ່ສຸດ ແຕ່ປ່ຽນຈາກພະຍາຍາມແຕະປາຍດັງມາເປັນແປະປາຍຄາງຄ້າງໄວ້ ຈຶ່ງເອົາລິ້ນ.

ທ່າເຫຼົ່ານີ້ ຄືທ່າບໍລິຫານລິ້ນ ແລະກ້າຊີ້ນ ເຮັດໃຫ້ຕໍ່ເນື່ອງຫຼາຍໆຄັ້ງເປັນວິທີແກ້ນອນໂກນທີ່ໄດ້ຜົນ

  1. ບໍ່ຄວນກິນອາຫານຫຼາຍໆກ່ອນເຂົ້ານອນ: ເປັນຫຍັງຫຼັງຈາກທີ່ເຮົາກິນອາຫານຫຼາຍໆແລ້ວເຂົ້ານອນຈຶ່ງເປັນສາເຫດຂອງການນອນໂກນຄື: ເມື່ອເຮົາກິນອາຫານຫຼາຍໆລົງໄປ ຮ່າງກາຍຂອງເຮົາຕ້ອງໃຊ້ເວລາໃນການຍ່ອຍຫຼາຍຊົ່ວໂມງ ຫາກເຮົານອນໄວ ທ້ອງຂອງເຮົາກໍຍັງມີອາຫານຄ້າງຢູ່ ເຮັາໃຫ້ເກີດແຮງດັນຈາກກະເພາະອາຫານໄປຍັງຫຼອດລົມ ເມື່ອຫຼອດລົມໄດ້ຮັບແຮງດັນນີ້ກໍຈະສົ່ງຜົນໄປຍັງທາງເດີນຫາຍໃຈສ່ວນເທິງ ເຮັດໃຫ້ການຫາຍໃຈຕິດຂັດເປັນສາເຫດຂອງການນອນໂກນ ດັ່ງນັ້ນຄວນຈື່ໄວ້ວ່າກິນເຂົ້າແລ້ວຢ່າງໜ້ອຍ 3 ຊົ່ວໂມງຈຶ່ງນອນ ເພື່ອໃຫ້ອາຫານຍ່ອຍກ່ອນ ແລ້ວຈຶ່ງນອນຈະໄດ້ບໍ່ນອນໂກນ.
  2. ບໍ່ດື່ມແອວກໍຮໍກ່ອນນອນ: ປົກກະຕິຮ່າງກາຍຄົນເຮົາຕ້ອງໃຊ້ເວລາດົນໃນການກໍາຈັດແອວກໍຮໍອອກຈາກຮ່າງກາຍ ດັ່ງນັ້ນເພື່ອແນ່ໃຈວ່າແອວກໍຮໍຈະບໍ່ກໍໃຫ້ເກີດປັນຫາການນອນກົນ ເຮົາບໍ່ຄວນດື່ມແອວກໍຮໍທຸກຊະນິດກ່ອນນອນ ( ຢ່າງໜ້ອຍ 4 ຊົ່ວໂມງ ).

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...