spot_img
Homeນານາສາລະວິທີເຮັດ ຄີມອາບນ້ຳ ດວ້ຍຕົນເອງ ລາຄາປະຫຍັດ

ວິທີເຮັດ ຄີມອາບນ້ຳ ດວ້ຍຕົນເອງ ລາຄາປະຫຍັດ

Published on

                    18_07_2014_2249IMG_6290_opt-copy

ໜຶ່ງ​ໃນ​ລາຍ​ຈ່າຍ​ຂອງ​ແມ່ຍິງ​ກໍ​ຄົງ​ຈະເປັນ​ຄີມອາບນ້ຳເພາະ​ສະ​ດວກ ​ແລະ ​ໃຫ້​ກິ່ນ​ຫອມບໍ່​ຕ້ອງ​ເສຍ​ເວລາ​ຖູ​ໃຫ້​ເກີດ​ຟອງ​ຄືສະ​ບູ​ກ້ອນ ຈຶ່ງເຮັດໃຫ້​ສາວໆ​ດຽວ​ນີ້​ໃຊ້​ຄີມອາບນ້ຳ ຫລາຍກວ່າ​ສະ​ບູ່ກ້ອນ​ ເຖິງແມ່ນວ່າສະບູກ້ອນຈະ​ຖືກ​ກວ່າ​ກໍ​ຕາມ ສະ​ນັ້ນເຮົາ​ເລີຍເອົາວິທີເຮັດ​​ຄີມອາບນ້ຳ ​ຈາ​ກສະບູ່ກ້ອນ ປະ​ຢັດ​ລາຍ​ຈ່າຍ​ກັນ​ດີກວ່າ

ອຸປະກອນ

1. ສະ​ບູ​ກ້ອນ ຊະນິດ​ໃດ​ກໍ​ໄດ້ ອາດຈະ​ເລືອກ​ຈາກ​ຄຸນນະສົມບັດ​ ແລະ ​ກິ່ນ​ທີ່​ມັກ​ໄດ້​ເລີຍ

2. ແນວ​ຂູດ​ຊີດ ຫລື ​ຈະ​ໃຊ້​ມີດ​ກໍ​ໄດ້ ຖ້າ​ບູ​ບໍ່​ແຂງ​ຫລາຍ

3.​  ນ້ຳ​

4.  ຖ້ວຍ

5.  ໝໍ້

6. ບ່ວງ

7.  ກະຕຸກ​ເປົ່າ​ສຳລັບ​ໃສ່​​ຄີມອາບນ້ຳ

ຂັ້ນ​ຕອນ​ທຳອິດ

ໃຊ້​ແນວຂູດ​ຊີດ ຂູ​ດ​ບູ​ໃຫ້ເປັນ​ຕ່ອນນ້ອຍ​ໆ ຖ້າສະ​ບູ​ບໍ່​ແຂງ​ຫລາຍ ອາດ​ໃຊ້ມີດ​ປາດ​​ບາງໆ​ກໍ​ໄດ້​ ເຮົາ​ຕ້ອງ​ເຮັດໃຫ້​ບາງ​ເພາະ​ຈະ​ໄດ້​ລະ​ລາຍ​ງ່າຍໆ

IMG_6202_opt

ນຳ​​ສະບູທີ່ເຮັດໄວ້ມາ​ໃສ່​ໝໍ້

IMG_6205_opt

ໃສ່​ນ້ຳ​ລົງ​ໄປ ປະ​ມານ 2ຖ້ວຍ ອາດ​ເພີ່ມ​ ຫລື ​ລຸດ​ໄດ້​ຕາມ​ໃຈມັກ

IMG_6206_opt - Copy

ນຳ​ໄປ​ຕົ້ມ​ໂດຍ​ໃຊ້​ໄຟ​ປານກາງ ຄົນ​ໄປ​ເລື່ອຍ​ໆ ຈົນສະບູ​ລະ​ລາຍ​ດີ​ແລ້ວ ໄດ້​ສີ​ຄືນ້ຳ​ນົມ​ດັ່ງ​ພາບ

  IMG_6209_opt

          ເມື່ອ​ແນ່​ໃຈ​ວ່າ​ສະ​ບູ​ລະ​ລາຍ​ດີ​ແລ້ວ ໃຫ້​ປິດ​ໄຟປະໄວ້​ໃຫ້​ເຢັນ ໃຊ້​ບ່ວງກວດ​ສອບ​ເບິ່ງ​ວ່າ​ໄດ້​ຄວາມ​ໜື່ນ​ຕາມ​ຕ້ອງ​ການ​ດີ​ແລ້ວ​ ຫລື ​ບໍ່ ຫາກ​ໜື່ນ​ເກີນ​ໄປ ກໍ​ສາ​ມາ​ມ​ຕື່ມ​ນ້ຳ​ໄດ້ ໂດຍ​ຕ້ອງ​ເປີດໄຟ​ແລ້ວ​ຄົນ​ໃຫ້​ເຂົ້າ​ກັນ​ໃໝ່ປະ​ໄວ້​ໃຫ້​ເຢັນ​ຄືເກົ່າ​ ຫລັງ​ຈາກ​ນັ້ນ​ກໍ​ເທ​ໃສກະຕຸກ​ນຳ​ໄປ​ໃຊ້​ໄດ້​ເລີຍ

IMG_6245_opt

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...