ວິທີເຮັດເຈ້ຍເຊັດເຄື່ອງສຳອາງໃຊ້ເອງ, ສະອາດ, ແຖມປະຫຍັດເງີນ

 

3170036713869e563accaef678c02eac_600x

             ເວລາ​ກັບ​ເຖິງ​ເຮືອນ ຫລາຍໆທ່ານອາດຈະຂີ້ຄ້ານ​ລ້າງ​ເຄື່ອງ​ສຳອາງ​ ເພາະ​ໃນແຕ່​ລະ​ມື້​ກໍ່ເຮັດວຽກເກືອບໝົດມື້ແລ້ວພໍຮອດ ເຮືອນກັບເມື່ອຍລ້າຈາກການເຮັດວຽກຈຶ່ງເຮັດໃຫ້ຄ້ານໃນການລ້າງໜ້າແຜ່ນ​ເຊັດ​ເຄື່ອງ​ສຳ​ອາງ​ຈຶ່ງ​ເປັນ​ອີກ​ໜຶ່ງ​ຕົວ​ຊ່ວຍສຳລັບ​ສາວໆ​ທີ່​ຕ້ອງ​ການ​ທຳຄວາມ​ສະ​ອາດໃບໜ້າ​ ແລະ ​ສະ​ດວກ​ສະບາຍ​ໃນ​ເວລາ​ດຽວ​ກັນແຕ່​ຄິດ​ໄປ​ຄິດ​ມາການ​ໃຊ້​ແຜ່ນ​ທຳຄວາມ​ສະ​ອາ​ດ​ນີ້​ກໍ​ເປືອງ​ເງີນ​ບໍ່​ແມ່ນໜ້ອຍມື້ນີ້ເລີຍຂໍຈັບວິທີເຮັດແຜ່ນ​ທຳຄວາມ​ສະ​ອາດ​ເຄື່ອງ​ສຳອາງ​ມາ​ຝາກ ນອກ​ຈາກ​ສະ​ອາດ,ສະ​ດວກແລ້ວ​ຍັງ​ສະບາຍ​ກະ​ເປົ໋າ​ອີກ​ດ້ວຍ

 

f174e8983014a2086320466049099b50_600x

ອຸປະກອນ​ທີ່​ຕ້ອງ​ຕຽມ

 

  1. ມີດ
  2. ເຈ້ຍອານະໄມ ​ເຊັດ​ມື 1 ມ້ວນ ຕ້ອງ​ໃຊ້​ປະ​ເພດແຜ່ນ​ໜາ
  3. ກະ​ປຸກ​ພາຣສະຕິກ​ແບບ​ມີ​ຝາ​ປິດ
  4. ນ້ຳ​ອຸ່ນ ເຄິ່ງ​ຖ້ວຍ
  5. ນ້ຳ​ມັນ​ໝາກ​ພ້າວ 2ບ່ວງແກງ ຫລື ​ຈະ​ໃຊ້​ເບ​ບີ້​ອອຍ​ກໍໍ່ໄດ້​ ທຳ​ຄວາມ​ສະ​ອາດ​ເຄື່ອງ​ສຳອາງ​ໄດ້​ເຊັ່ນ​ດຽວ​ກັນ
  6. ສະ​ບູ່​ແຫລວ​ສູດ​ອ່ອນ​ໂຍນ ​ແນະ​ນຳ​ໃຫ້​ໃຊ້​ສະ​ບູ່​ແຫລວ​ສຳລັບ​ເດັກ​ກໍ​ໄດ້​ 2ບ່ວງແກງ

 

              ຂັ້ນ​ຕອນ​ການເຮັດ​ກໍ​ແສນ​ງ່າຍ

ຕັດ​ມ້ວນ​ເຈ້ຍອານະໄມ​ໃຫ້​ພໍ​ດີ​ກັບ​ກະ​ປຸກ​ທີ່​ຈະ​ໃສ່

24666626db6a6ac16a33e5e129389598_600x

 ນຳ​ສ່ວນ​ປະສົມ​ທັງ​ໝົດ ປະສົມ​ໃຫ້​ເຂົ້າ​ກັນ

962ef7dcd73e18a5c6aa889a615ef3fa_600x

ນຳ​ເຈ້ຍອານະໄມ​ໃສ່​ໃນ​ກະ​ປຸກ​ທີ່ກຽມໄວ້

1264e07730d494fb0a4db43a91eb94f4_600x

 

ນຳ​ນ້ຳ​ຢາ​ທຳຄວາມ​ສະ​ອາດ​ທີ່​ປະສົມ​ໄວ້​ແລ້ວ ເທ​ລົງ​ໃສ່ໃນ​ພາ​ຊະນະ

98bed2095d2dbdb245d4c84f36aeb70f_600x

ລະຫວ່າງ​ລໍ​ຖ້າໃຫ້​ນ້ຳ​ຢາ​ຊຶມ​ເຂົ້າ​ຕົວ​ເຈ້ຍອານະໄມນັ້ນ ກໍ​ນຳ​ຝາ​ພາ​ຊະນະ​ມາ​ເຈາະ​ຮູສຳລັບ​ດຶງ​ເຈ້ຍອອກມາ​ໃຊ້​ໄດ້​ສະດວກ

3756c077fdaab8adbc175cadc89dae3c_600x

ເມື່ອ​ແກນ​ເຈ້ຍອານະໄມ ຊຶມ​ນ້ຳ​ຢາ​ເຂົ້າໄປ​ຢ່າງ​ດີ​ແລ້ວ ໃຫ້ດຶງແກນອອກ

30ec176b717112cbe0f8876718a9c8e1_600x

ດຶງ​ໃສ້​ເຈ້ຍອານະໄມ​ໃຫ້​ຄາ​ທີ່​ຝາ​ກະ​ປຸກ ເພື່ອ​ພ້ອມ​ດຶງ​ໃຊ້​ງານ​

26_07_2014_12173170036713869e563accaef678c02eac.600x

ພຽງເທົ່ານີ້ກໍ່ສຳເລັດ​ແລ້ວ​ ເຈ້ຍ​ເຊັດ​ເຄື່ອງ​ສຳອາງ​ທີ່​ອ່ອນ​ໂຍນ ແລ ະ​ປະ​ຫຍັດ​ເງີນ​ໃນ​ກະ​ເປົ໋າ​

db0ff658014e01e968bb686bf8c70075_600x