spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມວິທີເບິ່ງແຍງພະຍາດເຂົ່າເສື່ອມທີ່ປອດໄພ

ວິທີເບິ່ງແຍງພະຍາດເຂົ່າເສື່ອມທີ່ປອດໄພ

Published on

 

โรคข้อเข่า04

ໃນ​ໄລ​ຍະທໍາອິດ​ (ກ່ອນ​ທີ່​ມີ​ຂໍ້​ເຂົ່າ​ພິ​ການ​ຫລາຍ) ຜູ້​ປ່ວຍ​ຄວນ​ເບິ່ງແຍງ​ຕົນເອງ​ດ້ວຍ​ການ​ປະຕິບັດ​ໂຕຢ່າງ​ຈິງ​ຈັງ ດັ່ງ​ຕໍ່ໄປ​ນີ້

1. ຖ້າຫາກ​ມີ​ນ້ຳ​ໜັກ​ກາຍ ຄວນ​ຫາ​ທາງຫ​ລຸດ​ນ້ຳ​ໜັກ​ໃຫ້​ໄດ້ ໂດຍ​ການ​ຄວບ​ຄຸມ​ອາຫານ​ ແລະ ​ອອກ​ກຳ​ລັງ​ກາຍ ຈະ​ຜ່ອນ​ແຮງ​ກົດ​ດັນ​ຕໍ່​ຂໍ້​ເຂົ່າ ຊ່ວຍ​ໃຫ້​ບັນເທົາອາການ​ປວດ​ໄດ້

2. ຫລີກ​ລ້ຽງ​ການ​ນັ່ງ​ໃນ​ທ່າ​ງໍ​ເຂົ່າ​ທຸກ​ຮູບ​ແບບ ຄວນ​ຫັນ​ມາ​ນັ່ງ​ເທິງ​ຕັ່ງ​ແທນ​ການ​ນັ່ງ​ເທິງ​ພື້ນ ລວມ​ທັງ​ບໍ່ຄວນ​ນັ່ງ​​ແບບ​ຢອງຢໍ້ ຄວນ​ປ່ຽນ​ເປັນ​ວິດທີ່ເປັນ​ຊັກ​ໂຄກ ຫລື ​ນັ່ງ​ເທິງ​ຕັ່ງ​ນັ່ງ​ ທີ່​ເຈາະ​ຮູ​ສູນກາງ​ວາງ​ງວໍາ​ ວິດ​ຊຶມ ຫລີກ​ລ້ຽງ​ການ​ຍ່າງ​ຂຶ້ນ​ລົງ​ຂັ້ນ​ໄດ ການ​ແບກ​ຂອງ​ໜັກ ຄວນ​ປ່ຽນ​ອິລິຍາບົດ​ເລື້ອຍໆ ຢ່າ​ນັ່ງ ​ຫລື ​ຍືນ​ຢູ່ໃນ​ທ່າ​ນັ້ນ​ດົນ​ໆ ເຫລົ່າ​ນີ້​ຊ່ວຍ​ໃຫ້​ບັນເທົາ​ອາການປວດ ຫລຸດ​ການ​ໃຊ້​ຢາ​ລົງ​ໄດ້

3. ໝັ່ນ​ບໍລິຫານ​ຂໍ້​ເຂົ່າ​ໃຫ້​ແຂງ​ແຮງ​ທຸກ​ມື້ ກໍ​ຈະ​ຊ່ວຍ​ໃຫ້​ບັນເທົາອາການ​ປວດ​ໄດ້​ເຊັ່ນ​ກັນ

4. ຖ້າຫາກ​ຍັງມີ​ອາການ​ປວດ​ເຂົ່າ​ຫລາຍ ໃຫ້​ກິນ​ພາ​ລາ​ເຊ​ຕາ​ມອນ​ເທື່ອ​ລະ 1-2 ເມັດ ບັນ​ເທົາ​ເປັນ​ບາງ​ຄາວ ຢ່າ​ກິນ​ຕິດ​ຕໍ່​ກັນ​ດົນ​ໆ ອາດ​ເກີດ​ໂທດ (ເຊັ່ນ ຫມາກໄຂ່ຫລັງ​ຊຸດໂຊມ ແພ້​ຢາ) ໄດ້

5. ຫລີກ​ລ້ຽງ​ການ​ໃຊ້​ຢາ​ແກ້​ປວດ​ຂໍ້ (ຢາ​ຕ້ານ​ອັກ​ເສບ​ທີ່​ບໍ່ແມ່ນ​ສະ​ຕີ​ລອຍ) ຍາດ​ຕີ​ລອຍ (ປະສົມ​ຢູ່ໃນ​ຢາ​ຊຸດ ) ເພາະ​ມີໂທດ​ຫລາຍກວ່າ​ຄຸນປະໂຫຍດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...